ປະຊາຊົນຝາກຖາມ!!! ຢາກຂໍຮ້ອງຖາມພາກລັດແດ່ເດີ່ ນີ່ກໍຄືສຽງຂອງປະຊາຊົນສ່ວນຫນຶ່ງ ທີ່ບໍ່ເຫັນດີຕໍ່ຟຶດຕິກຳຂອງເຈົ້າຫນ້າທີ່ ນັບມື້ນັບເລີ່ມເຮັດຫລາຍຂຶ້ນເລື່ອງການເປົ່າລົດເອົາເງິນນຳປະຊາຊົນ ແຕ່ປະຊາຊົນກໍເຮັດຫຍັງບໍ່ໄດ້ ຄັນເວົ້າໂຕ້ແຍ່ງເພິ່ນເລັກນ້ອຍພັດວ່າແຕ່ສິເອົາລົດໄປໄວ້ຫ້ອງການໃຫ້ໄປໄຖ່ເອົາ ຖາມແດ່ບໍ່ເຫັນໃຈຄົນທຳມາຫາກິນແດ່ບໍ່
ຖາມແດ່ຄັນເຈົ້າເປົ່າເອົາເງິນໄປຫມົດແລ້ວພວກເຮົາສິກິນຫຍັງ ຖາມແດ່ເຮົາຜະລິດເງິນເອງໄດ້ບໍ່? ພວກເຈົ້າຄືມາຫາເລາະແຕ່ເປົ່າເອົາເງິນ
ພວກເຮົາກະຫາເຊົ້າກິນຄ່ຳຄືພວກເຈົ້າຫັນລະ ເພື່ອສິໄດ້ເງິນມາກະບໍ່ແມ່ນງ່າຍໆແລ້ວທັງຖືກເຈົ້ານາຍດ່າວ່າຫຍັງຕໍ່ຫຍັງຖືກຈິກຫົວໃຊ້ຄືກັບທາດ ລຳບາກຫລາຍເພື່ອສິໄດ້ເງິນມາ ຕ່າງຈາກພວກເຈົ້າທີ່ໄດ້ກິນເງິນເດືອນລັດ
ເຂົ້າໃຈຢູ່ເງິນເດືອນບໍ່ພໍກິນ ເງິນເດືອນພວກເຮົາກະບໍ່ພໍກິນຄືກັນ
ແຕ່ພວກເຮົາກະພະຍາຍາມຢູ່ລອດໃຫ້ໄດ້ ບໍ່ເຄີຍຄິດທີ່ຈະຫາກິນບົນຄວາມທຸກຄົນອື່ນ
ປະຊາຊົນທຸກມື້ນີ້ເຫັນໂຈນຍັງບໍ່ເປັນຕາຢ້ານສໍ່າເຫັນຕຳຫລວດ ຢາກໃຫ້ພາກລັດລົງເລິກເລື່ອງການໃຊ້ກົດຫມາຍຂອງເຈົ້າຫນ້າທີ່
ລອງຖາມເບິ່ງວ່າປະຊາຊົນມີຄວາມຄິດເຫັນຈັງໃດຕໍ່ຕຳຫລວດ ຂໍໃຫ້ພາກລັດພະຍາຍາມ..ເພື່ຶອການເປັນຢູ່ທີ່ດີສົມກັບຊື່ ປະເທດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ
ພວກເຮົາເຊື່ອວ່າຄຳວ່າ ຕຳຫລວດຈາລະຈອນແມ່ນຜູ້ທີ່ອຳນວຍຄວາມສະດວກໃນການສັນຈອນໄປມາ ບໍ່ແມ່ນມາຖ້າເປົ່າລົດ ຂໍວອນອ້າຍນ້ອງຕຳຫລວດຈາລະຈອນແດ່ເດີ່ອີຕົນພໍ່ແມ່ປະຊາຊົນຕາດຳໆແດ່ ສິດບໍ່ຢ້ານຄູ ບັນດິດບໍ່ຫມັ່ນຫາຄວາມຮູ້ ຕຳຫລວດຄວນໃຊ້ກົດຫມາຍໃນທາງທີ່ຖືກ ຄົນທຸກໆຄົນ ບໍ່ລະອາຍຕໍ່ບາບ ສັງຄົມກໍ່ຫາຄວາມສະຫງົບບໍ່ໄດ້ ຈະມີແຕ່ຄວາມວຸ່ນວາຍ ການຂູດຮີດຂົ່ມເຫງ ບໍ່ຕ່າງຫຍັງຈາກສະໄຫມ ພວກສັກດິນາປົກຄອງ
ທ້າຍສຸດນີ້ ຂໍໃຫ້ພາກລັດເລັ່ງກວດກາແກ້ໄຂໃນສິ່ງທີ່ມັນຜິດ ໃຫ້ສົມກັບການທີ່ພວກເຮົາເລືອກທ່ານເພື່ອມາພັດທະນາປະເທດ ຮຽນມາດ້ວຍຄວາມເຄົາລົບ ຈາກສຽງປະຊາຊົນ