ໄຂຂໍ້ຂ້ອງໃຈ ເສົາສີຟ້າທີ່ຕັ້ງຢູ່ຫຼາຍຈຸດໃນນະຄອນຫຼວງວຽງຈັນ

ໄຂຂໍ້ຂ້ອງໃຈ ເສົາສີຟ້າທີ່ຕັ້ງຢູ່ຫຼາຍຈຸດໃນນະຄອນຫຼວງວຽງຈັນ

ໃນໄລຍະຜ່ານມາມີປະຊາຊົນຊາວນະຄອນຫຼວງວຽງຈັນ ຫຼາຍທ່ານ ໃຫ້ຄວາມສົນໃຈຕໍ່ເສົາສີຟ້າ ທີ່ຕັ້ງຢັ່ງຢາຍຕາມເສັ້ນທາງຫຼາຍຈຸດ ຢູ່ໃນນະຄອນຫຼວງວຽງຈັນ ວ່າມັນແມ່ນເສົາຫຍັງກັນແທ້.

ທ່ານ ພັທ ພອນແກ້ວ ຄຳພິລາວົງ ຫົວໜ້າພະແນກຄຸ້ມຄອງລະບົບຄອມພິວເຕີ ກົມສື່ສານ, ຄະນະຮັບຜິດຊອບກວດກາພາກສະໜາມ ພາກເຕັກນິກ ຂອງໂຄງການກ້ອງວົງຈອນປິດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ໃຫ້ສຳພາດຕໍ່ໜັງສືພິມ ລາວພັດທະນາ ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາວ່າ: ເສົາພາວເວີ ສີຟ້າ ທີ່ມີໂຕໜັງສືຂຽນໃສ່ວ່າ EMERGENCY, ຊື່ເອີ້ນທາງເຕັກນິກວ່າ ເສົາອີທີ,

 

EMERGENCY POWER, ແມ່ນເສົາແຈ້ງເຫດສຸກເສີນ ແບບວີດີໂອຄໍ ເຊັ່ນ: ລົດຕຳ, ປຸ້ນຈີ້ຊິງຊັບ ແລະ ເຫດການອື່ນໆ ທີ່ປະຊາຊົນມີຈຸດປະສົງແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ກໍພຽງແຕ່ກົດປຸ່ມໂທ ທີ່ມີຢູ່ເສົານັ້ນ ແລ້ວລໍຖ້າເຈົ້າໜ້າທີ່ ປະຈຳສູນຮັບສາຍ ແລ້ວກໍ່ແຈ້ງເຫດສຸກເສີນທີ່ເກີດຂຶ້ນໄດ້ເລີຍ, ໂດຍຢູ່ເສົານັ້ນຈະມີກ້ອງວົງຈອນ ເຫັນສະພາບທຸກຢ່າງໃນບໍລິເວນນັ້ນໄດ້ໝົດ, ແຕ່ຖ້າບໍ່ມີຄົນໂທແຈ້ງເຫດ ເສົານີ້ກໍ່ຈະມີໜ້າທີ່ເປັນກ້ອງວົງຈອນປິດໄປໃນຕົວ.

ເສົາ EMERGENCY POWER ມີທັງໝົດ 100 ກວ່າຈຸດ ໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ມີການດຳເນີນຕິດຕັ້ງມາ 1 ປີກວ່າແລ້ວ ແລະ ຈະເປີດໃຫ້ປະຊາຊົນ ທົດລອງ ນຳໃຊ້ໃນໄວໆນີ້.

ຂ່າວທົ່ວໄປ