ມີແຮງງານລາວເຮົາ ສອງຮ້ອຍກວ່າຄົນຢາກກັບບ້ານ ແຕ່ທາງການລາວເຮົາຍັງບໍ່ທັນເປີດດ່ານຮັບເອົາ

ມີແຮງງານລາວເຮົາ ສອງຮ້ອຍກວ່າຄົນຢາກກັບບ້ານ ແຕ່ທາງການລາວເຮົາຍັງບໍ່ທັນເປີດດ່ານຮັບເອົາ

ມື້ນີ້ວັນທີ 07 / 05 / 2020 ມີປະຊາຊົນສົ່ງຂ່າວເຂົ້າມາຫາທາງ ເພຈ:ລົງຄິບໄປເລື່ອຍ
ບອກວ່າ.ໄດ້ມີແຮງງານລາວເຮົາຈຳນວນສອງຮ້ອຍກວ່າຄົນຢາກກັບບ້ານ ຊຶ່ງພວກເຂົາຍັງຕິດຄ້າງຢູ່ທີ່ດ່ານໜອງຄາຍ ແລະ ໄດ້ນອນລໍຖ້າທີ່ຫນ້າດ່ານໜອງຄາຍເປັນເວລາສິບປາຍມື້ແລ້ວ ແຕ່ທາງການລາວເຮົາຍັງບໍ່ມີການພົວພັນຫຼືຕິດຕໍ່ໃຫ້ການຊ່ວຍເຫຼືອກັບພວກເຂົາແຕ່ຢ່າງໃດ

ຊຶ່ງການອາໃສຢູ່ຕາມຫນ້າດ່ານພວກເຂົານັ້ນ ພວກເຂົາຕ້ອງໄດ້ອົດມື້ກິນມື້ເພື່ອລໍທາງການລາວເຮົາເປີດດ່ານຮັບເອົາພວກເຂົາ ບາງຄົນມີເງິນຕິດໂຕມາມາແຄ່ເລັກນ້ອຍ ແລະເໝິດໄປກັບການໃຊ້ຈ່າຍຊື້ກິນໃນແຕ່ລະມື້ຈົນຕອນນີ້ພວກເຂົາແທບບໍ່ມີອັນຈະກິນແລ້ວ

ແຕ່ຍັງດີເປັນຊ່ວງໆ ທີ່ມີພີ່ນ້ອງຊາວໄທບໍ່ແລ້ງນ້ຳໃຈເອົາເຂົ້າເອົານ້ຳມາບໍລິຈາກໃຫ້ກັບພວກເຂົາເພື່ອກິນສືບມື້

ຫວັງວ່າທາງການລາວເຮົາໄດ້ເຫັນຂ່າວນີ້ແລ້ວຈະຕິດຕໍ່ຫາພວກເຂົາແລະພົວພັນເອົາພວກເຂົາກັບບ້ານເພາະຕອນນີ້ພວກເຂົາກຳລັງຕ້ອງການຄວາມຊ່ວຍເຫຼືອຢ່າງເລັ່ງດ່ວນເພາະພວກເຂົາບໍ່ອັນຈະກິນແລ້ວ …

ສາລະໜ້າຮູ້