ແມ່ຮ່າງລູກຕິດ ຊິມາເລົ່າປະສົບການຊີວິດສູ່ຟັງ
ໃຫ້ເລື່ອງນີ້ເຕື່ອນສະຕິ ເສຍສະລະເວລາອ່ານກ່ອນສຳຫລັບຄົນທີຄິດວ່າ ຄວາມຮັກຕ້ອງຈົບດ້ວຍການແຕ່ງດອງ ຕອນແລກຄິດວ່າແຕ່ງແລ້ວມີລູກຈັກ2-3ຄົນລະຈົບແບບມີຄວາມສຸກຄຶໃນໝັງແຮບປີ໋ດີດ໋າ #ແຕ່ແລ້ວກະບໍ່ແມ່ນເລີຍ ຍຸດໆ ພໍຄິດໃດ້ອີກເທືອໝື່ງກະເປັນແມ່ຮ່າງແລ້ວຖ້າຍ้ອນເວລາກັບໄປໃດ້ກະຂໍບໍ່ຍ้ອນເພາະເລື່ອງນີ້ສອນໃຫ້ຂ້ອຍຮູ້ໃຈຄົນແຫລະຮັກໂຕເອງຫລາຍຂື້ນ
ຈາກ2014-2020 ຂອບໃຈມື້ນັ້ນທີເຮັດໃຫ້ຂ້ອຍມີມື້ນີ້ ງົດດາມ່າເລື່ອງຜ່ານມາສອງປິປາຍແລ້ວ ທຸກມື້ນີ້ເຫລືອໄວແຕ່ຫນ້າທີພໍ່ກັບແມ່ ຝາກໄວ້ໃຫ້ເປັນແງ່ຄິດດີໆ
ເລີ້ມຈົ່ມ ນາງເປັນຄົນຂີ້ຈົ່ມແຕ່ໃດມາ
ມື້ນີ້ເປັນທຳອິດທີພາຜູ້ຊາຍຄົນນັ້ນເຂົ້າມາຮູ້ຈັກກັບຄອບຄົວ ພາກະໃຫ້ພໍ່ໃຫ້ແມ່ພາໄປຮັບຜູ້ຊາຍຮອດເຮືອນຜູ້ໃດ້ຫັນຄວາມນາງແຮດ ລະກະໄປນຳກັນ ພໍ່ແມ່ກະມັກຜູ້ຊາຍຄົນນັ້ນເພາະລາວສ່າງເວົ້າສ່າງລົມ
ຜ່ານໄປດົນປະມານເດື່ອນສອງເດື່ອນຜູ້ໃຫຍ່ເຫັນວ່າຕິດກັນໄປໃສ່ໄປນຳກັນ ຜູ້ໃຫຍ່ເພີຍເລີຍເບີງບໍງາມເລີຍໃດ້ມາເວົ້າມາວ່າກັນ ແລະກະເປັນໄປຕາມທີຄິດໄວ ເປະໆ ໃດ້ມື້ງາມຍາມດີວະສັນ ເອົາເລີຍເພີນວ່າ
ໄປຖ່າຍຮູບວ່າສັນຊຸດແລກຜ່ານໄປ
ຖ່າຍໄປຖ່າຍມາຮອດ5ຊຸດ ໄປຖ່າຍຢູ່ວຽງພຸ້ນໃດ້ ພວກເພີນຄວາມໝ້າໃຫຍ່
ບໍ່ຂໍເອົາຮູບຕອນແຕ່ງມາລົງເນາະ ແຕ່ງໄປຕອນແລກໆໆອີກຫຍັງກະດີບໍ່ມີປັນຫາຫຍັງຈັກຍ່າງ ດີໄປໝົດ
ແລະ ແລ້ວກະມີລູກຕອນຕອນນີ້ກະບໍ່ຈື່ວ່າຈັກເດື່ອນ ລູກຄົນແລກກະມາ ຜູ້ຊາຍຄົນນັ້ນກະໃດ້ເຂົ້າເຮັດວຽກ ເປັນ….ອັນນີ້ບໍ່ຂໍເອີນຮອດເພີນ ເພາະເຮົາຈົນກັນໄປດົນລະເນາະ
ທ້ອງກະເລີມໃຫຍ່ຂື້ນ ໄປຫາໝໍ່ບາງເທືອກະໄປຄົນດຽວບາງເທືອກະໄປກັບຄອບຄົວ ຖ້າທິດໃດ້ເພີນມາເພີນກະພາໄປແຕ່ກະບາງເທືອ1-2ເດືອນຈັງມາເທືອໝື່ງບາງເທືອກະ2ເດືອນນາງກະເຂົ້າເພາະທ້າວໄປເຮັດວຽກຢູ່ໄກ
ທ້ອງໃຫຍ່ກະໄປດອງ ກະເລີມຮູ້ຢູ່ວ່າທ້າວກະເລີມຫລິ້ນກະເລີມມີ ຄົນນັ້ນຄົນນີ້ມາເວົ້າ ວ່າມີບໍບ່ອນນັ້ນບ່ອນນີ້ #ຄິດໃນໃຈກະຍ່າເທາະເພາະມີລູກຈົນຊິເກີດເອົາຫູໄປນາເອົາໄປໄຮ ອົດທົນເກັ່ງ
ແລະ ແລ້ວໂຕນ້ອຍກະເກີດ 15/12/15 ເຫີລູກສຸດໆ ລູກຊາຍຄົນແລກຊື່ນ້ອງອາເຫລັກ
ເປັນຄົນຕິດລູກເຫີລູກ ໃດ້ລູກລະກາຄຶເກົ່າ 2 ມາເທື່ອໝື່ງ ກະບໍ່ເປັນຫຍັງຢ່າງນ້ອຍຍຍກະມີລູກ
ລູກລະກະລູກລ້ຽງເອງລ້ຽງຄົນດຽວ
ລະກະເລີມໃດ້ໄປ ແຕ່ມື້ນີ້ລູກກະໄປນຳ ລະກະມີເພີ່ນໄປນຳ ດົນໆໃດ້ໄປເທື່ອໝື່ງ ຊື່ງໄປໃສ່ກະຕ້ອງມີເພີ່ນ
ໄປເລາະກະໄປກັບຂີ້ດື້ນ້ອຍ ກະມີຫລາຍເລື່ອງເຂົ້າມາຈົນໃດ້ໃຫ້ຜູ້ໃຫຍ່ມາເວົ້າເລື່ອງນັ້ນກະບໍ່ແມ່ນເລື່ອງຫຍັງເປັນຍ້ອນ2-3 ຈັງມາເທື່ອໝື່ງນັ້ນລະມີເລື່ອງ….. ລະກະປັບຄວາມເຂົ້າໃຈກັນ
ລູກຄົນທີສອງກະຕາມມາຕິດໆ ຍ້ອນຄິດວ່າເພີ່ນຊິປ່ຽນຍ້ອນເພີ່ນຢາກໃດ້ລູກອີກຄົນໝື່ງເອົາແລ້ວລະແລ້ວວະສັນ ຫຶ ນາງກະຍອມ ເອົາ ໝາກຫົວໃຈດວງທີ່ສອງ
ທ້ອງໃຫຍ່ເກາະ ນາງກະຢາກໄປເພີນກະຢາກ ກະພາກັນໄປຮອດນາງກະໄປຮັບໝູ່ນາງໄປນຳ ຕອນໄປກະບໍມ່ວນບໍ່ຫ່າຫຍັງບໍສົມກັບຍາກໄປເພາະບໍໃດ້ເລາະເລີຍ ຍ້ອນໂທສັບໝ່ອຍດຽວດັນດົນໄປກູກະຄິດວ່າຊິພາກູໄປເລາະລະພັດໃຫ້ກູໄປນັ້ງຖ້າໝົດອາລົມ ຟ້າຜ່າຫົວຄົນ #ຍ່າຫາທຳເດີພາຄົນທ້ອງໄປລະບໍພາເລາະນາ
ແລະແລ້ວນ້ອງວາຍຸກະອອກມາ ກະຕາມເຄີຍດົນໆມາເທື່ອ ກະບໍເປັນຫຍັງລ້ຽງລູກວົນໄປ
ໃດ້ລູກເດື່ອນປາຍກະຮອບລູກຂື່ນໄປຢູ່ກັບເພີນ ເພາະຜິດກັນດຸ ພໍ່ກັບແມ່ກະຄວາມໃຈດີປຸກເຮື່ອນໃຫ້ພ້ອມຍ້ອນຢາກໃຫ້ລູກຢູ່ນຳກັນບໍ່ຢາກໃຫ້ເປັນຮ່າງເປັນມາຍ ນາງກະໄປຮອບລູກໄປຢູ່ ພຸ້ນ
ລະເລື່ອງບໍ່ຄາດຝັນກະເກີດຂື້ນ. ຍອນເກີດອຸບັດຕິຫາດໃນມື້ນັ້ນ ນາງກະປອບໃຈໂຕເອງ ດຽວມັນກະຜ່ານ ກະຂອບໃຈພໍ່ແມ່ທີ່ບໍ່ຖິ້ມໄປໃສ່ໃຈ ຊ່ອຍທຸກຍ່າງ ສວນຄົນທີເປັນພໍ່ຂອງລູກກະເລີມປຽນໄປ ຈົນບໍເຫລືອຂາບຄົນເກົ່າ
ກຳລັງໃຈຕອນນັ້ນລູກ ຈັກຄິດຫຍັງໃສ່ຫຍັງແນ່ນອນບໍ່ຫລັບຈົບໃດ້ໃຊ້ຢາລະງັບເປັນເດື່ອນ ຄິດທົບທວນທຸກຍ່າງທີຜ່ານມາ ລະລົມກັບພໍ່ກັບແມ່ວ່າບໍ່ໄຫວ ພໍ່ກັບແມ່ກະບອກວ່າອົດທົນລູກສອງຄົນບໍ່ຢາກໃຫ້ຫລານມີປົມດອຍ ນາງກະເລືອກທີຊິບໍ່ເວົ້າບໍປາກອົດຕໍ່ໄປ ອົດເພື່ອລູກ #ເກັງອົດທົນເກັງ
ແລະແລ້ວຟ້າກະເປີດຕາພໍ່ກັບແມ່ໃຫ້ຮູ້ໃຫ້ເລື່ອງບາງ ເລື່ອງໂຄດເນົ່າເນາະ ພໍ່ກັບແມ່ບອກວ່າປະສາລູກ ນາງກະຍິ້ມວ່າປານນີ້ເນາະ ຈັງແມ່ນມື້ຂອງນາງ ອົດຈົນບໍ່ມີຄວາມຮູ້ສືກຫຍັງ
ນັດເປັນເດືອນເພື່ອຊິໄດ້ເວົ້າກັນ ບໍ່ແມ່ນທຳມາດາເພືອລາວຊິມາປະໃຫ້ ຄົນໃກຕົວຮູ້ຫມົດເລື່ອງນີ້ໂຄດເນົ່າກວ່າໃນໝັງ ແຍກກັນຢູ່ບໍນັບ
ແລ້ວກະມາຮອດມື້ທີເວົ້າຄວາມປະກັນ ຊື່ງມື້ນັ້ນກະເປັນມື້ວັນເກີດນາງພໍດີ ນາງກະໃດ້ຂອງຂ້ວນວັນເກີດຊຸດໃຫຍ່ ເລີຍທີດຽວ ປະກະແຕ່ກັບຜູ້ຊາຍຄົນນັ້ນ ກັບຄົວຄອບກະຍັງຄຶເກົ່າ ແມ່ເຂົາກະຍັງຮັກຄືແມ່ຄຶເກົ່າ
ນະປະຈຸບັນຜ່ານໄປສອງປີໄວປານຂີ້ຕົວະ ລູກຄົນໃຫຍ່4ປີປາຍຄົນນ້ອຍ2ປີປາຍ ຄົນໃຫຍ່ຫຍ່າເອົາໄປລ້ຽງຊ່ວຍ ສຸຸກຫາທິດມາຫາແມ່ ປະກັນໄປກະເຫລືອໄວແຕ່ໜ້າທີແມ່ກັບໜ້າທີພໍ່ເທົ່ານັ້ນ #ລູກເທົ່ານັ້ນ
ນາງກະແຊບວົນໄປປ່ຽນໂຕເອງ ບໍ່ເຄີຍອາຍທີມີລູກຕິດໃຜຖາມກະບອກໃດ້ເຕີມປາກເຕີມຄຳວ່າມີລູກສອງ
ນະປະຈຸບັນໂສດ #ຝາກຄົນທີຊິເຂົ້າມາລົມຮັກຂ້ອຍຕ້ອງຮັກລູກຂ້ອຍນຳ