ໄວລຸ້ນກວ່າ 40 ຄົນໄລ່ລ່າກັນກາງຖະໜົນ ໃນຂະນະທີ່ສາວ ມ4 ຊື່ນາງປອຍ ກຳລັງກັບຈາກງານປະກວດ ໂດຍຊ້ອນທ້າຍຄູ່ອາຄາດຂອງກຸ່ມທີ່ໄລ່ລ່າ ເຮັດໃຫ້ສາວປອຍຜູ້ຊ້ອນທ້າຍຖືກລູກຫຼົງດັບຄາທີ່ ໝູ່(ຜູ້ຂັບ)ໄດ້ຮັບບາດເຈັບສາຫັດ ໜ້າສົງສານພໍ່ຂອງສາວປອຍຫາກໍ່ກັບຈາກຕ່າງປະເທດຍັງກັກໂຕຢູ່ບໍ່ຮູ້ເລື່ອງ.
ເຫດການດັ່ງກ່າວເກີດຂື້ນໃນເວລາ 1:10 ໂມງ ຂອງວັນທີ 26 ກັນຍາ 2020 ທີ່ຈັງຫວັດບູລີຣັມຂອງໄທ ຈາກການລົງກວດສອບຂອງເຈົ້າໜ້າທີ່ ພົບໄວລຸ້ນ 5-6 ຄົນກຳລັງພາກັນຊ່ວຍສາວຜູ້ເຄາະຮ້າຍ ທີ່ຖືກລູກ 9 ມມ ພຸ່ງເຂົ້າດ້ານຫຼັງເບື້ອງຊ້າຍ ເຮັດໃຫ້ດັບຄາທີ່ໃນຈຸດເກີດເຫດ ສ່ວນຊາຍໄວ 19 ປີທີ່ເປັນຄົນຂັບລົດຄັນນັ້ນເຄາະຮ້າຍຖືກກະສູນລູກດຽວກັນທະລຸໃສ່ແຜ່ນຫຼັງ ຖືກສົ່ງເຂົ້າໂຮງໝໍກ່ອນເຈົ້າໜ້າທີ່ໄປເຖິງ.
ນາງ ສາຍຝົນ ໄວ 38ປີ ແມ່ຂອງສາວນ້ອຍຜູ້ເຄາະຮ້າຍເລົ່າວ່າ ລູກສາວຕົນເປັນຕົວແທນຂອງຕຳບົນໄປປະກວດນາງງາມຜ້າໄໝ ໃນຄືນວັນທີ 26 ກັນຍານັ້ນ ບໍ່ຄິດວ່າຈະຖືກລູກຫຼົງຂອງນັກເລງຈົນເຖິງແກ່ຊີວິດ ເລື່ອງນີ້ຢາກໃຫກົດໝາຍລົງໂທດໃຫ້ເຖິງທີ່ສຸດ.
ນອກຈາກລູກສາວທີ່ຕ້ອງຈາກໄປຢ່າງກະທັນຫັນຍ້ອນພວກຂີ້ເຫຍື້ອສັງຄົມແລ້ວ ພໍ່ຂອງສາວ 16 ຫາກໍ່ກັບຈາກເກົາຫຼີໄດ້ 2 ວັນກຳລັງຢູ່ໃນໄລຍະກັກຕົວ 14 ວັນບໍ່ຮູ້ວ່າຢູ່ສູນໃດຕິດຕໍ່ບໍ່ໄດ້ ເພິ່ນເປັນໂລກຫົວໃຈແດ່ ຈິ່ງເປັນຫ່ວງຫຼາຍຢາກໃຫ້ເຈົ້າໜ້າທີ່ຊ່ວຍປອບໃຈ ແລະແຈ້ງໃຫ້ຊາບວ່າລູກເສຍຊີວິດແລ້ວ.
ເຈົ້າໜ້າທີ່ໄດ້ສອບສວນເບື້ອງຕົ້ນຊາຍໜຸ່ມໄວ 19 ທີ່ຂັບລົດມາສົ່ງນາງສາວປອຍເຫຍື່ອຜູ້ເສຍຊີວິດໃນຄັ້ງນີ້ຊາບເລື່ອງວ່າ: ກ່ອນໜ້ານີ້ຕົນມີເລື່ອງບໍ່ລົງລອຍກັບເດັກຕ່າງບ້ານ ໃນຄືນເກີດເຫດຕົນກັບພວກປະມານ 6 ຄົນໄດ້ຂັບລົດກັບຈາກງານ ລະຫວ່າງນັ້ນເຫັນຄູ່ອາຄາດຂັບລົດຈັກປະມານ 40 ຄົນສວນມາ ຕົນເຫັນທ່າບໍ່ດີຈີ່ງຊິ່ງລົດໜີ ແຕ່ຖືກກຸ່ມນັ້ນໄລ່ຕິດຕາມມາ ແລະມີສຽງປືນດັງເປັນໄລຍະ ຕໍ່ມາໄດ້ຍິນສຽງນ້ອງປອຍບອກວ່າບໍ່ຮູ້ແມ່ນຫຍັງຖືກກາງຫຼັງ ຕົນຮູ້ທັນທີວ່ານ້ອງຖືກຍິງແລ້ວຈິ່ງຂີ່ແວ່ເຮືອນພີ່ນ້ອງທີ່ຮູ້ຈັກເພື່ອເອີ້ນເຈົ້າໜ້າທີ່ມາຊ່ວຍ ແຕ່ນ້ອງບອກຫາຍໃຈບໍ່ອອກກ່ອນສິ້ນໃຈໄປ.