5ວິທີດັບກິ່ນປາກ ດ້ວຍວິທີທຳມະຊາດ ບອກລາປາກເໝັນໄປໄດ້ເລີຍ

5ວິທີດັບກິ່ນປາກ ດ້ວຍວິທີທຳມະຊາດ ບອກລາປາກເໝັນໄປໄດ້ເລີຍ

ກິ່ນປາກບໍ່ແມ່ນເລື່ອງຕະລົກເພາະອາດເຮັດໃຫ້ຄົນໃກ້ສິດຫຼືຄົນອື່ນຕ້ອງເມີນໜ້າໜີ ດັ່ງນັ້ນການເບິ່ງແຍງດູແລຊ່ອງປາກຈຶ່ງເປັນສິ່ງສຳຄັນເຊີ່ງການຮັບປະທານອາຫານທີ່ມີກິ່ນແຮງກໍ່ເຮັດໃຫ້ເກີດກິ່ນປາກໄດ້ຄືກັນເຊັ່ນວ່າ ກະທຽມ ກະຖິ່ນ ປາແດກ ກະປິ ແລະນີ້ຄື 5 ວິທີດັບກິ່ນປາກແບບທຳມະຊາດ:

ຜັກແພວ  ພັກແພວເປັນຜັກທີ່ສາມາດຊ່ວຍດັບກິ່ນປາກ ຫາກຍ້ຳສົດໆຈະມີລົດຊາດຮ້ອນຊ່ວຍລົດອາການອັກເສບພາຍໃນຊ່ອງປາກທັງຍັງຊ່ວຍລົດອາການເຫືອກອັກເສບແລະດັບກິ່ນປາກໄດ້ດີອີກດ້ວຍ.

ກ້ວຍສຸກ  ກ້ວຍສຸກສາມາດດັບກິ່ນປາກໄດ້ດີ ພຽງແຕ່ຮັບປະທານກ້ວຍສຸກໃນຕອນເຊົ້າແລ້ວຈຶ່ງໄປຖູແຂ້ວ ຮັບປະທານຕິດຕໍ່ກັນເປັນເວລາ1ອາທິດ ຮັບຮອງວ່າຊ່ວຍລະງັບກິ່ນປາກໃຫ້ຫາຍໄປໄດ້.


ໃບໝາກສີດາ  ໝາກສີດາຊ່ວຍກຳຈັດແບັກທີເຣຍໃນຊ່ອງປາກ ຊ່ວຍບຳລຸງເຫືອກແລະແຂ້ວໃຫ້ແຂງແຮງ ຮັກສາໂລກເຫືອກ ບັນເທົາອາກາດເຈັບແຂ້ວຈາກເຫືອກບວມ ເຫືອກອັກເສບ ອີກທັງໃບຂອງໝາກສີດາຍັງຊ່ວຍລະງັບກິ່ນປາກ ພຽງແຕ່ຍ້ຳໃບໝາກສີດາສົດໆແລ້ວຄາຍຖິ້ມຈະຊ່ວຍໃຫ້ລົມຫາຍໃຈສົດຊື່ນດັບກິ່ນປາກໄດ້ຜົນດີ.

ໝາກນາວ  ໝກນາວມີກົດເຊິ່ງສາມາດຊ່ວຍດັບກິ່ນປາກໄດ້ດີ ພຽງແຕ່ຝານໝາກນາວບາງໆແລ້ວກິນ ຫຼື ອາດຈະດື່ມນ້ຳໝາກນາວແທນກໍ່ຊ່ວຍລົດກິ່ນປາກໄດ້ເຊັ່ນດຽວກັນ.

ໝາກແອັບເປິນ  ແອັບເປິ່ນມີສານທີ່ສາມາດຂ້າເຊື້ອແບັກທີເຣຍທີ່ຢູ່ໃນປາກຈຶ່ງຊ່ວຍຫຼຸດກິ່ນກິ່ນປາກໄດ້ເປັນຢ່າງດີ ອີກຢ່າງແອັບເປິນມີສານຊ່ວຍຫຼຸດຄາບທີ່ເກາະຕິດຢູ່ບໍລິເວນແຂ້ວໄດ້ອີກ ປ້ອງກັນການສະສົມຂອງຄາບແບັກທີເຣຍ ຈຶ່ງຊ່ວຍໃຫ້ແຂ້ວຂາວສະອາດແລະແຂງແຮງອີກດ້ວຍ.

ຂ່າວທົ່ວໄປ