ອອກມາແລ້ວ !! ກຳນົດການບຸນອອກພັນສາປະວໍລະນາ- ບຸນໄຫຼເຮືອໄຟ ຫຼວງພະບາງ

ອອກມາແລ້ວ !! ກຳນົດການບຸນອອກພັນສາປະວໍລະນາ- ບຸນໄຫຼເຮືອໄຟ ຫຼວງພະບາງ

ອອກມາແລ້ວ !! ກຳນົດການບຸນອອກພັນສາປະວໍລະນາ- ບຸນໄຫຼເຮືອໄຟ ຫຼວງພະບາງ

ນະຄອນຫຼວງພະບາງ ໄດ້ກຳນົດໃນການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນບຸນໄຫຼເຮືອໄຟ ໃນລະຫວ່າງ ວັນທີ 1- 3 ຕຸລາ 2020ເຊິ່ງມີລາຍລະອຽດດັ່ງນີ້:

1. ແຕ່ລະວັດ ທີ່ຢູ່ພາຍໃນເທດສະບານນະຄອນ ຫຼວງພະບາງ ເລີ້ມໄຕ້ໂຄມໄຟ (ໂຄມດາວ, ໂຄມບັ້ງ ແລະ ອື່ນໆ ທີ່ໄດ້
ດ້ວຍທຽນໄຂ) ໃຫ້ມີຄວາມເປັນສິຣິມຸງຄຸນ, ຮຸ່ງເຮືອງເຫຼືອງເຫຼື້ອມ, ສະຫວ່າງສະໄຫວ ໃນລະຫວ່າງວັນທີ 1–4 ຕຸລາ 2020.

2. ມື້ອອກໃໝ່ 14-15 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 1-2 ຕຸລາ(10) 2020.
ມື້ບຸນນະມັດສະການພະທາດຈອມສີ.

– ປະຊາຊົນຊາວພຸດສາມາດໄປຮ່ວມສິນກິນທານໄດ້ທີ່ພະທາດຈອມສີ
– ຕອນຄ່ຳເລີ້ມແຕ່ເວລາ 18:30 ເປັນຕົ້ນໄປ ເຊີນທ່ຽວຊົມຄວາມສວຍງາມແສງ, ສິຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ ພາຍໃນນະຄອນຫຼວງພະບາງ.

– 3. ມື້ ແຮມ 1 ຄ່ຳ ເດືອນ 11 ພສ 2563 ກົງກັບວັນເສົາ 3 ຕຸລາ(10) 2020.

+ ມື້ບຸນໄຫຼເຮືອໄຟ.
– ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດ ຢູ່ໜ້າຫໍພິພິດທະພັນ(ຕິນພູສີ).
– ເວລາ 18:30 >ການນໍາຂັ້ນແຂວງ, ນະຄອນ ແລະ ແຂກຖືກເຊີນ ມາເຖິງສະຖານທີ່ເປີດງານ.

– ເວລາ 18:30 >ເລີ້ມພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ “ວັດປ່າຮວກ” ຈຳນວນ 1 ກັນ.

– ເວລາ 19:00 >ເປີດພິທິບຸນໄຫຼເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນ ແຫ່ໄປຕາມເສັ້ນທາງສີສະຫວ່າງວົງ ຈົນເຖິງທ່ານ້ຳຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນ້ຳຕາມລໍາດັບ

ປະຊາຊົນບັນດາເຜົ່າທ່ຽວຊົມຄວາມງົດງາມໄຟແສງສີ ການໄຕ້ປະທີບ(ໂຄມໄຟ) ຕາມວັດແຫ່ງຕ່າງໆ.

ສາລະໜ້າຮູ້