ໜຸ່ມຝາກໃຫ້ຄິດອາຊີບທີ່ຄົນຫົວຂັວນກັນເປັນແຖວ ໃຜກາຍກໍ່ປິດປາກປິດດັງໃສ່ແຕ່ຂ້ອຍເຮັດໄປເພາະໃຈມັນເລືອກແລ້ວ ແລະຂ້ອຍກໍ່ເຕີບໃຫຍ່ມາ ປະຈຸບັນສາມາດລ້ຽງລູກໃຫ້ມີກິນໃນທຸກໆວັນ ຮູ້ຄວາມຈີງແລ້ວໃຜກໍ່ນ້ຳຕາຊືມ.
ຊາຍໜຸ່ມຄົນໜຶ່ງໂພສພາບວິຖີຊີວິດຈີງຂອງຕົນເອງຢູ່ກັບກອງຂີ້ເຫຍື້ອ ແຕ່ນັ້ນເຮັດໃຫ້ມີເງິນຊື້ເຂົ້າກິນ, ມີເງິນລ້ຽງລູກ ຢູ່ໄດ້ທຸກມື້ຍ້ອນມີລົດຄັນນີ້ອາຊີບນີ້ ເຖິງຫຼາຍຄົນຈະເບິ່ງວ່າມັນເກົ່າໄດ້ຕໍ່ເຕີມຈົນບໍ່ມີບ່ອນຕໍ່ ແຕ່ມັນຊ່ວຍແບ່ງເບົາແຮງລາກແກ່ ຊ່ວຍຫາເງິນເອົາເຄື່ອງຂອງທີ່ຫຼາຍຄົນເຫັນວ່າໄຮ້ຄ່າເປົ່າປະໂຫຍດເປັນຂີ້ເຫຍື້ອໄປປ່ຽນເປັນເງິນໃຫ້.
ບາງຄົນເຫັນຂ້ອຍຂັບລົດກໍ່ຫົວຂັວນ ບາງຄົນເຫັນກໍ່ເບະປາກໃສ່ປິດດັງໃສ່ ແຕ່ຂ້ອຍບໍ່ເຄີຍໃສ່ໃຈ ແລະບໍ່ອາຍເພາະມັນຄືອາຊີບທີ່ຂ້ອຍເລືອກ ຂ້ອຍຍັງເຊື່ອສະເໝີວ່າ ເຮັດວຽກຫຍັງກໍ່ໄດ້ມີຕັ້ງຫຼາຍຢ່າງຖ້າເຮົາບໍ່ເລືອກມັນມັນກໍ່ເຮັດໃຫ້ເຮົາມີຢູ່ມີກິນໄດ້ ຂໍພຽງເຮັດໃຫ້ດີມີຄວາມສຸກກັບມັນ ເຖິງບາງຄັ້ງຈະເປື້ອນແຕ່ກໍ່ຍັງລ້າງອອກໄດ້ ດີກວ່າມີໃຈເປື້ອນລ້າງຈັ່ງໃດມັນຊິຫາຍ!!!
ວ້າວ!!! ຟັງແລ້ວຄິດຫຼາຍຂຶ້ນມາທັນທີ ແລະຊົມເຊີຍໜຸ່ມຄົນນີ້ ທີ່ເຕີບໃຫຍ່ມາກັບອາຊີບເກັບຂີ້ເຫຍື້ອ ແລະຍອມທີ່ຈະສານຕໍ່ອາຊີບນີ້ກັບພໍ່ແມ່ບໍ່ສົນໃຈໃຜຈະວ່າໂຕເອງແນວໃດ ເພາະສຸດທ້າຍແລ້ວຄົນນອກທີ່ເບິ່ງເຮົາກໍ່ບໍ່ໄດ້ມາຫາໃຫ້ເຮົາກິນ ຕ້ອງແມ່ນເຮົາດິ້ນຮົນດ້ວຍຕົວເອງຢູ່ດີ!!! ແອັດຫວັງວ່າບົດຄວາມນີ້ຈະໃຫ້ແງ່ຄິດແກ່ຫຼາຍໆຄົນໄດ້.
ສຳລັບແອັດເຄົາລົບທຸກອາຊີບ ແມ່ບ້ານກໍ່ມີກຽດຂອງເຂົາເພາະຖ້າເຂົາມອບຕຳແໜ່ງນັ້ນໃຫ້ເຮົາ ເຮົາກໍ່ເຮັດບໍ່ໄດ້ແບບນັ້ນດອກ ກຳມະກອນແຫ່ງໄກບໍ່ແມ່ນໃຜກໍ່ເຮັດໄດ້ໝົດ ທຸກອາຊີບລ້ວນມີກຽດຂອງມັນບໍ່ກ່ຽວວ່າຈະເຮັດກ່ຽວກັບຫຍັງຂໍພຽງລ້ຽງຊີວິດໄດ້ແອັດກໍ່ຊົມເຊີຍທຸກໆຄົນເນີ້!!!
ມີຄວາມສຸກກັບສິ່ງທີ່ເຮັດ ລ້ຽງຊີບເຮົາໄດ້ກໍ່ເປັນພໍ