ອາສາສະໝັກມາ 7 ປີ ຍັງບໍ່ມີວີ່ແວວຈະໄດ້ເຂົ້າລັດຖະກອນ

ອາສາສະໝັກມາ 7 ປີ ຍັງບໍ່ມີວີ່ແວວຈະໄດ້ເຂົ້າລັດຖະກອນ

ຈາກເຟສບຸກ ອ.ຈ ທ່ານໜຶ່ງໄດ້ບັນຍາຍວ່າ: ນັກຮຽນມ8ກັບຄືນໂຮງຮຽນ ທ້າວຖຸຍ ເປັນນັກຮຽນຊົນເຜົ່າ ເຂົ້າມາຮຽນຢູ່ ຊັ້ນ ມ8(ຫ້ອງກຽມມະຫາວິທະຍາໄລ) ຂອງ ຮພຊ ທີ່ດົງໂດກ; ໃນສົກຮຽນ 2007-2008; ຫຼັງຈາກນັ້ນກໍເຂົ້າຮຽນຕໍ່ ມຊ 4 ປີແລະຈົບປະລິນຍາຕີ; ປີ 2013-2020 ກໍກັບບ້ານເກີດເມືອງນອນ ເພື່ອໄປເຮັດວຽກເປັນອາສາສະໝັກ ຢູ່ຫ້ອງການແຫ່ງໜຶ່ງ ທີ່ເມືອງສະມ້ວຍ ຂອງແຂວງສາລະວັນ ເຊິ່ງຫ່າງຈາກບ້ານຕົນເອງ 20 ກວ່າກິໂລແມັດ; ໃນການເຮັດວຽກອາສາສະໝັກມາເປັນເວລາເກືອບ 7 ປີ ແຕ່ກໍບໍ່ໄດ້ບັນຈຸລັດຖະກອນ; ວັນທີ 14/7/2020 ຜູ້ກ່ຽວຈຶ່ງກັບມາຢາມໂຮງຮຽນ ຮພຊ ເພື່ອຂໍຄວາມຊ່ວຍເຫຼືອຈາກຄູພວກເຮົາ.

ໃນການເດີນທາງອອກຈາກບ້ານມື້ນີ້ ເພື່ອຊັກເຊທະເນຈອນຂໍພອນສິ່ງສັງສິດເພື່ອໃຫ້ຊີວິດການເດີນທາງຄັ້ງນີ້ ເພື່ອຈຸດມຸ້ງໝາຍປາຍທາງກໍຄື ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ເພື່ອໄປຂໍທິດຊີ້ນໍາຈາກຄູ ປະຈໍາຫ້ອງ ອຈ ນາງ ໄຫວພວງ ວິລະວົງແລະ ບັນດາຄູທີ່ເຄີຍສິດສອນລາວ ໃນ 1 ສົກຮຽນ ທີ່ເຮັດໃຫ້ລາວມີຄວາມອົບອຸ່ນ ແລະ ຄວາມສຸກເມື່ອຫວນຄືນ 10 ກວ່າປີທີ່ຜ່ານມາ; ຊ່ວງເວລາທີ່ຂຶ້ນນັ່ງເທິງລົດເມ ທ້າວຖຸຍ ກໍຮູ້ສຶກກະວົນກະວາຍ ທັງເປັນຫ່ວງທາງຫຼັງ ແລະ ບໍ່ຮູ້ຄວາມຫວັງເບື້ອງໜ້າ ເຮັດໃຫ້ຢາດນໍ້າຕາຕົກລົງໃສ່ພື້ນລົດເມຕະຫຼອດການເດີນທາງ; ສິ່ງທີ່ເຮັດໃຫ້ເປັນຫ່ວງໃນເບື້ອງຫຼັງຄື ເມຍທີ່ກໍາລັງອູ້ມລູກນ້ອຍ 2 ຄົນ ຜູ້ໜຶ່ງໄດ້ 2 ປີ ແລະ ອີກຜູ້ໜຶ່ງ ໄດ້ 6 ເດືອນ ທີ່ເມຍກຳລັງເອົາຜ້າເຈ່ຍໃສ່ສອງເບື້ອງໜ້າ-ຫຼັງ ແລ້ວເຂົ້າໄປເຮັດໄຮ່ທີ່ຈອມພູ ເພື່ອກຽມເຂົ້າໄວ້ກິນໃນເມື່ອໜ້າ; ຫ່ວງເບື້ອງໜ້າແມ່ນເງິນທີ່ມີໃນມື ບໍ່ຮອດ 1 ແສນກີບ ທີ່ເຫຼືອຈາກຄ່າລົດເມ ແລ້ວຈະເອົາເງິນໃສຈ້າງລົດກັບບ້ານລະນໍ ຍິ່ງຄິດນໍ້າຕາກໍຍິ່ງໄຫຼ ຈົນລາວບໍ່ກ້າເງີຍໜ້າເບິ່ງຜູ້ໂດຍສານທີ່ສັບປ່ຽນກັນຂຶ້ນ-ລົງລົດເມ.

ມາລົງລົດຢູ່ຄິວສາຍໃຕ້ ທີ່ນະຄອນຫຼວງວຽງຈັນກໍພໍດີຕາເວັນຕົກດິນ; ໂທລະສັບກໍບໍ່ມີ. ລາວຈຶ່ງເຂົ້າໄປຖາມໂຊເຟີລົດຕຸກໆວ່າ: ແຕ່ນີ້ໄປຫາໂຮງຮຽນພອນສະຫວັນຈະເອົານໍາເທົ່າໃດ? ໂຊເຟີລົດຕອບວ່າ: 20 ພັນກີບ; ລາວຈຶ່ງຕັດສິນໃຈຍ່າງແຕ່ຄິວລົດຮອດ ຮພຊ.
ຄວາມບັງເອີນໄດ້ກໍປະກົດຂຶ້ນ; ເມື່ອລາວກ້າວຂາເຂົ້າສູ່ປະຕູຮົ້ວໂຮງຮຽນ ລາວກໍໄດ້ປ່ອຍຮອຍຍິ້ມອອກມາ ເມື່ອເຫັນໂຮງຮຽນເກົ່າທີ່ຕົນເອງ ເຄີຍຮຽນຢູ່ທີ່ນີ້ ພໍຫຼຽວໄປທາງຫ້ອງການຄູ ກໍເຫັນໄຟຍັງເປີດຢູ່ ຍ້ອນວ່າມື້ນັ້ນທາງຄະນະນໍາໂຮງຮຽນພວມກະກຽມຈັດກອງປະຊຸມເພື່ອເຕົ້າລວມນັກຮຽນສອບເສັງຈົບຊັ້ນ ແລະ ຄູທຸກຄົນກໍໄດ້ເລີກການຄໍ່າ. ພໍດີຍາງເຂົາໄປຮອດຫ້ອງການໂຮງຮຽນ ຈຶ່ງໄດ້ພົບ ອຈ ໄຫວພວງ ທີ່ເປັນຄູ ປະຈໍາຫ້ອງ; ທັງສອງແນມເບີ່ງໜ້າກັນແລ້ວຄູກໍຮ້ອງຂຶ້ນວ່າ: ໂອະ ທ້າວຖຸຍ! ນ້ອງເປັນຈັ່ງໃດ? ມາຈັ່ງໃດ? ຄືມາຮອດໂຮງຮຽນພີ້?…ໂດຍ ສະບາຍດີອາຈານ. ນ້ອງມາຢາມພວກອາຈານນີ້ແລ້ວ…..(ເລົ່າເລື່ອງລາວຕ່າງໆໃຫ້ຄູຟັງ) ຄູປະຈໍາຫ້ອງກໍທັງດີໃຈທີ່ໄດ້ເຫັນໜ້າລູກສິດ ແລະ ທັງກັ້ນນໍ້າຕາບໍ່ໄຫວເມື່ອໄດ້ຮັບຟັງເລື່ອງລາວຕ່າງໆ ເຮັດໃຫ້ຄູ ແລະ ນັກຮຽນຫຼາຍຄົນທີ່ໄດ້ຮັບຮູ້ເລື່ອງລາວ ບໍ່ມີໃຜເລີຍທີ່ສາມາດອົດກັ້ນນໍ້າຕາເອົາໄວ້ໄດ້. ຂະໜາດຂ້າພະເຈົ້າເອງທີ່ເປັນຜູ້ຊາຍ ເມື່ອໄດ້ເຫັນສະພາບລູກສິດຕົນເອງ ແລະ ຄວາມຈິງທີ່ປະກົດຢູ່ດ້ານໜ້າໂດຍບໍ່ຄາດຝັນວ່ານ້ອງຈະມີສະພາບທີ່ຂາດເຂີນຂະໜາດນີ້ ແລ້ວກໍອົດກັ້ນນໍ້າຕາເອົາໄວ້ບໍ່ໄຫວດອກ;

ເມື່ອເປັນແນວນັ້ນທັງຄູ ແລະ ນ້ອງໆນັກຮຽນ ມ4 ແລະ ມ7. ກໍໄດ້ລະດົມກັນຜູ້ລະເລັກ ລະນ້ອຍເພື່ອຊ່ວຍເຫຼືອລາວ ຕາມຄວາມສາມາດຕົນເອງມີ.
ທາງຄະນະນໍາໂຮງຮຽນກໍໄດ້ຂຽນໜັງສືສະເໜີໄປຍັງຂັ້ນເທິງເພື່ອພິຈາລະນາຊ່ວຍເຫຼືອລາວ ແຕ່ບໍ່ຮູ້ວ່າຜົນຈະອອກມາເປັນແນວໃດກໍຍັງບໍ່ຮູ້ ທຸກໆ ມື້ລາວແມ່ນລໍຖ້າຟັງຄໍາຕອບ ແລະ ຄໍາຕອບນັ້ນຈະເປັນແນວໃດກໍຕ້ອງຍອມຮັບມັນ ເພາະສະຕາກໍາຂອງມະນຸດທຸກຄົນກໍລ້ວນແຕ່ແຕກຕ່າງກັນ ແລະ ສິ່ງທີ່ຄືກັນກໍຄືອິນຊີ, ຮ່າງກາຍ ແລະ ຄວາມທຸກທີ່ພວກເຮົາເປັນ.
ບັນດາທ່ານຜູ້ອ່ານທັງຫຼາຍ ຂ້ອຍກໍບໍ່ຮູ້ຈະບັນຍາຍແນວໃດຕົນເອງກໍເປັນຄູສອນຄະນິດສາດ ແຕ່ກໍເອົາເທີ! ເມື່ອເຫດການມັນປະກົດເປັນຈິງຄືແນວນີ້ ເຖິງວ່າຂ້ອຍຂຽນບໍ່ມ່ວນກໍຂໍໂທດນໍາຫຼາຍໆ ແລະ ຂ້ອຍກໍຂຽນມາຈາກຄວາມຮູ້ສຶກ ແລະ ຄວາມເປັນຈິງທີ່ປະກົດຢູ່ດ້ານໜ້າ ແລະ ຢູ່ໃນໃຈຂອງຄູ ແລ້ວຈະເກັບມັນໄວ້ເຮັດຫຍັງແມ່ນບໍ່? ເພາະທຸກຄົນລ້ວນແລ້ວແຕ່ເລືອກເກີດບໍ່ໄດ້ ແຕ່ທຸກຄົນກໍມີຄວາມຫວັງທີ່ຈະປ່ຽນແປງຊີວິດໄດ້. ເຖິງແມ່ນວ່າຄູຈະມີເງິນເດືອນໜ້ອຍ ແຕ່ຮູ້ສຶກວ່ານໍ້າໃຈຄູບໍ່ເຄີຍທີ່ຈະຈືດຈາງ, ບາງຄັ້ງຄູສຸດທີ່ດີໃຈເມື່ອເຫັນລູກສິດຫຼາຍຄົນໄດ້ດີ ຄູທຸກຄົນສຸດທີ່ຊື່ນຊົມ ແລະ ຊົມເຊີຍນ້ອງ. ແຕ່ກໍມີຫຼາຍໆ ຄົນທີ່ມີສະພາບຄືທ້າວຖຸຍນີ້ ຫາກສິ້ນຫວັງ ກໍກັບມາໂຮງຮຽນເກົ່າຂອງພວກເຈົ້າເດີ. ຄູພ້ອມທີ່ຈະຮັບຟັງເລື່ອງລາວຂອງເຈົ້າທຸກເວລາ.

ຄລິບ

Posted by Khamhong Sbh on Saturday, July 25, 2020

ສຸດທ້າຍນີ້ ອາຈານຂໍພອນໃຫ້ນ້ອງຈົ່ງສົມຫວັງເດີ ທ ຖຸຍ. ອາຈານກໍຊ່ວຍເຈົ້າໄດ້ພຽງເທົ່ານີ້.
ຖ້າຫາກວ່າພວກນ້ອງ ຫຼື ຜູ້ໃຈບຸນຕ້ອງການມອບເຄື່ອງ ຫຼື ວັດຖຸປັດໃຈຊ່ວຍເຫຼືອລາວ ແມ່ນໃຫ້ໄປມອບໃຫ້ການຈັດຕັ້ງໂຮງຮຽນພວກເຮົາໄດ້ຕະຫຼອດ 24 ຊົ່ວໂມງ. ພວກເຮົາຈະນໍາເອົາໄປສົ່ງເຖິງບ້ານລາວ ເພາະທ້າວ ຖຸຍ ລາວໄດ້ເດີນທາງກັບໄປເຮັດໄຮ່ຊ່ວຍເມຍລາວຢູ່ບ້ານພຸ້ນແລ້ວ.
ຫຼື ໂທ: 021 740286(ຮພຊ) ຫຼື ຕິດຕໍ່ຂ້າພະເຈົ້າໂດຍກົງກໍໄດ້ 020 99955572(ອຈ ຄຳຫ່ອງ ສີບູນເຮືອງ). ຫຼື ໂທຫາ ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການໂຮງຮຽນ 020 22222125 .
ຂອບໃຈທຸກຄົນທີ່ໄດ້ຮ່ວມເຮັດບຸນນໍາອາຈານຄັ້ງນີ້.

ສາລະໜ້າຮູ້