ຈາກດາລາທີ່ເຄີຍໂດ່ງດັງສຸດທ້າຍ ຕົກງານໄດ້ມາຮັບຈ້າງລ້າງຖ້ວຍ

ຈາກດາລາທີ່ເຄີຍໂດ່ງດັງສຸດທ້າຍ ຕົກງານໄດ້ມາຮັບຈ້າງລ້າງຖ້ວຍ

ທ້າຍເດືອນ ພະຈິກ 2020 ທີ່ປະເທດໄທ ເປີດໃຈດາລາໜຸ່ມຫຼໍ່ ທັງເປັນນັກຮ້ອງ ຢ່າງ ຟຣີມ ລັດຖະພູມ ທີ່ເປັນຊຸບເປີສະຕາ ສູ່ຊີວິດລົງ ເສີຍໂອກາດ ເຂົ້າໃຈສັດຈະທຳຊີວິດ ຕ້ອງຢູ່ໃຫ້ໄດ້ ແມ້ມື້ທີ່ບໍ່ມີງານຈ້າງ ສາຍາແມວ 9 ຊີວິດ ໃນວົງການບັນເທີງໄທ ເລີຍກໍວ່າໄດ້ ສຳລັບໜຸ່ມຄົນນີ້ ຟຣີມ ທີ່ຜ່ານຜ່າອຸປະສັກມາຫຼາຍເລື່ອງຫຼາຍລາວ

ແລະ ກໍຍັງຢູ່ໃນວົງການສະເໝີ ແລະ ເປັນຂວັນໃຈ ສາວໃຫຍ່ ສາວນ້ອຍ ສະເໝີ ແຕ່ຫຼ້າສຸດ ໜຸ່ມ ຟຣີມ ໄດ້ອອກມາເປີດໃຈ ເລົ່າເລື່ອງຂອງຕົນເອງ ວ່າຊີວິດຕົກຕ່ຳຫຼາຍ ຖືກຊ່ວງຂາລົງ ດິ້ນລົນຫາເງິນຫຼາຍໆທາງເພື່ອຄວາມຢູ່ລອດ ຈົນເຂົ້າໃຈເຖິງ ສັດຈະທຳທີ່ແທ້ຈິງຂອງຊີວິດ ບໍ່ຄິດວ່າມື້ໜຶ່ງຈາກຊຸບເປີສະຕາແຖວໜ້າ,

ມີວຽກທຸກມື້ ເກືອບບໍ່ມີເວລາພັກ ຈະມາຮອດຈຸດທີ່ບໍ່ມີວຽກ ບໍ່ມີງານ ບໍ່ມີເງິນ ເພາະຕົນຕ້ອງເປັນເສົາຫຼັກຂອງຄອບຄົວອີກ ແຖມຍັງຕ້ອງຍ້າຍໄປຢູ່ຕ່າງປະເທດ ເງິນທີ່ໃຊ້ເປັນເງິນເກັບ ເງິນເກົ່າ ຕ້ອງໄດ້ໄປຮັບຈ້າງລ້າງຖ້ວຍຢູ່ຮ້ານອາຫານໄທທີ່ຕ່າງປະເທດ ຢູ່ໄດ້ 6 ເດືອນກໍມາເປັນພະນັກງານຮ້ານ ຄົນທີ່ມາຮ້ານບາງຄົນກໍຈື່ເຮົາໄດ້ ກໍຕົກໃຈ, ມີຂໍຖ່າຍຮູບນຳ ນອກຈາກນັ້ນຍັງຫາຊ່ອງທາງອື່ນອີກ ເຊັ່ນຮ້ອງເພງກາງຄືນ ເຂົ້າຮ້ານໜັງສືຝດ ເສີບ,

ຂາຍປີ້ບານ ເປັນແບບນີ້ເລື້ອຍໆ ຄືຕ້ອງເຮັດທຸກຢ່າງເພື່ອໃຫ້ໄດ້ເງິນ ລ້ຽງຕົນເອງ ແລະ ຄອບຄົວ ບາງເທື່ອກໍພົບຄົນຮູ້ຈັກເຊຂົກໍດູຖູກຕ່າງໆນາໆ ແຕ່ກໍບໍ່ສົນໃຈ ເພາະຕ້ອງເອົາໂຕເພື່ອຄວາມຢູ່ລອດ ເພາະຈະຄິດວ່າເຮົາເປັນຊຸບເປີສະຕາ ຫຼື ດາລາດັງ ແມ່ນຢູ່ບໍ່ລອດແທ້ ຕ້ອງອົດທົນໃຫ້ເຂົາດູຖູກໄປ ສ່ວນເລື່ອງຄວາມຮັກນັ້ນ ຕອນນີ້ຍັງຫວ່າງຢູ່ ແຕ່ຕໍ່ນີ້ຖ້າມີແຟນ

ຈະບໍ່ເປີດໂຕແລ້ວ ຄິດມາຕະຫຼອດວ່າຢາກມີຄອບຄົວ ຢາກມີລູກ ຢາກເຕີມເຕັມຫຍັງບາງຢ່າງກັບລູກ ທີ່ເຮົາໃນຕອນຍັງນ້ອຍບໍ່ໄດ້ມີ ໃຫ້ກັບລູກໃນອານາຄົດ ນີ້ແຫຼະທຸກຄົນຊີວິດຄົນເຮົາມີຂຶ້ນມີລົງ ຍາມມີກໍເກັບອອມໄວ້ ເພື່ອວັນຂ້າງໜ້າທີ່ອາດຈະບໍ່ມີ ແລະ ທຸກຢ່າງມີຫົນທາງອອກສະເໝີ ພຽງແຕ່ເຮົາອົດທົນ ແລະ ເຮັດເພື່ອຄົນທີ່ຮັກເຮົາ ຊິວິດເຮົາ ຢ່າໄດ້ສົນຄຳດູຖູກຂອງໃຜ

ຂ່າວທົ່ວໄປ