ຊາຍາເຈົ້າດູໄບຖືກສື່ອັງກິດເປີດເຜີຍ ເມນ ອອນໄລນ໌ ລາຍງານວ່າ ການສູ້ຄະດີພິດພາດລະຫວ່າງເຈົ້າຍິງອາຍາແຫ່ງຈໍແດນ ພະຊາຍາອົງລ່າສຸດ ຫລືອົງທີ່ 6 ຂອງຊີກ ໂມອຳເຫມັດ ອັນ ມັກຕູມ ເຈົ້າຜູ້ຄອງນະຄອນດູໄບ ທີ່ຝ່າຍຍິງພາລູກ 2 ພະອົງຫນີມາຢູ່ກຸງລອນດອນ ປະເທດອັງກິດ ນັ້ນ ມີການເປີດເຜີຍຂໍ້ມູນລະຫວ່າງການໄຕ່ສວນຄະດີທີ່ສານສູງ ວ່າເຈົ້າຍິງຊົງມີສຳພັນກັບອົງຄະລັກຊາວອັງກິດ
ຂໍ້ມູນອ້າງວ່າ ເຈົ້າຍິງອາຍາໃຫ້ສິ່ງຂອງລູລາມີມູນຄ່າສູງຫລວງຫລາຍ ລວມເຖິງຈ່າຍເງິນເຖິງ 1.2 ລ້ານປອນ ຫລືປະມານ 48 ລ້ານບາດ ແກ່ທ່ານຣັສເຊນ ຟາວເວີອົງຄະລັກສ່ວນພະອົງຊາວອັງກິດ ເພື່ອໃຫ້ຊາຍຫນຸ່ມປິດເລື່ອງຄວາມສຳພັນ 2 ປີ ໄວ້ເປັນຄວາມລັບ
ສຳພັນດັ່ງກ່າວເຮັດໃຫ້ຊີວິດສົມລົດ4 ປີ ຂອງທ່ານຟາວເວີກັບພັຍລະຍາປິດສາກລົງເມື່ອຝ່າຍຍິງຈັບໄດ້ວ່າ ສາມີໄປມີຫຍັງກັບພະຊາຍາຂອງເຈົ້ານະຄອນດູໄບ ເມື່ອປີ 2559
ເພື່ອນຂອງພັນລະຍາທ່ານຟາວເວີເລົ່າວ່າ ເພື່ອນຂອງຕົນຈັບໄດ້ວ່າ ສາມີ ອາຍຸ 37 ປີ ມີສຳພັນພິເສດກັບເຈົ້າຍິງ ອາຍຸ 46 ປີ ຫລັງຈາກເຫັນເຈົ້າຍິງປະທານຂອງລາຄາແພງໃຫ້ສາມີຫລາຍຢ່າງ ລວມເຖິງໂມງລູລງ 12,000 ປອນ ຫລືປະມານ 4.8 ແສນບາດ ແລະປືນສັ້ນແນວວິນເທດ ມູນຄ່າເຖິງ 50,000 ປອນ ຫລືປະມານ 2 ລ້ານບາດ
“ພັນລະຍາຂອງຣັສເຊນ (ຟາວເວີ) ເຊື່ອວ່າ ສາມີຖືກເຈົ້າຍິງລໍ້ລວງດ້ວຍເງິນແລະຂອງຂວັນ ລາວໃຫ້ຂອງຂວັນລາຄາສູງໆ ສະເມີ ແລະພະຍາຍາມເຮັດໃຫ້ໝັ້ນໃຈໄດ້ວ່າເຂົາຢູ່ຄຽງຂ້າງລາວສະເມີ” ເພື່ອນສະນິດຂອງພັນລະຍາອົງຄະລັກ ກ່າວພ້ອມເປີດເຜີຍອີກວ່າ
“ຊີວິດສົມລົດຄ່ອຢໆ ຖືກຈາງຫາຍລົງ ເມື່ອຝ່າຍຊາຍປ່ຽນໄປຢ່າງສິ້ນເຊີງ ເຂົາມີເສື້ອຜ້າໃຫມ່ແລະເລີ່ມທຳງານເປັນເທນເນີສ່ວນຕົວ ຫລັກຖານສຸດທ້າຍທີ່ລາວພົບຄື ແພັກຖຸງຢາງອານາໄມໃນເຄື່ອງຊັກຜ້າ ເຂົາປະຕິເສດວ່າບໍ່ມີຫຍັງ ແຕ່ລາວກໍ່ບໍ່ໄດ້ໂງ່ຈົນບໍ່ຮູ້ວ່າເກີດອີຫຍັງຂຶ້ນ”
ເມນ ອອນໄລ ລາຍງານວ່າ ທ່ານຟາວເວີ ປະຕິເສດທີ່ຈະໃຫ້ຄວາມເຫັນໃດໆ ກ່ຽວກັບຂໍ້ມູນທີ່ຖືກເປິດໂປ່ງໃນສານ ສ່ວນພັນລະຍາທ່ານຟາວເວີທີ່ຂໍບໍ່ໃຫ້ເອີ້ນຊື່ ປະຕິເສດທີ່ຈະເວົ້າເລື່ອງນີ້ເຊັ່ນກັນ
ແຫລ່ງຂ່າວທີ່ຄະລືຫາດດັນແອມ ອອນ ໃກລ້ນິວມາດເກັດ ຊັບໂຟກ ເປີດເຜີຍວ່າ ຈາກພາບກ້ອງວົງຈອນປິດໃນບ້ານ ຈະເຫັນໄດ້ເລື້ອຍໆ ວ່າເຈົ້າຍິງກັບມາພ້ອມທ່ານຟາວເວີ ຫລັງຈາກໄປທ່ອງທ່ຽວລາຕີດ້ວຍກັນ ເລື່ອງນີ້ເປັນຄວາມລັບທີ່ໃຜໆ ກໍ່ຮູ້”
ສຳລັບການໄຕ່ສວນນີ້ ຊີກແຫ່ງດູໄບຈຶ່ງຕ້ອງການໃຫ້ເປັນການໄຕ່ສວນປິດ ຂະນະທີ່ຜູ້ພິພາກສາເຫັນວ່າ ເຈົ້າຍິງອາຍາຊົງໄດ້ຮັບຜົນກະທົບທາງຈິດໃຈຈາກແຜນການຄຸກຄາມແລະຖືກຖາກຖາງກ່ຽວກັບການນອກໃຈ
ເຊີ ແອນດູນ ແມກຟາເລນ ຜູ້ພິພາກສາສານຄອບຄົວ ໄດ້ຮັບຮູ້ຄຳໃຫ້ການກ່ຽວກັບຄວາມສຳພັນນີ້ຂອງເຈົ້າຍິງກັບທ່ານຟາວເວີ ແມ້ຈະບໍ່ໄດ້ລະບຸຊື່ໃນສານ ແຕ່ກໍ່ປາກົດໃນເວລາຕໍ່ມາ ພ້ອມກັບທີ່ສານລະບຸວ່າ ເຈົ້າຍິງມີສຳພັນກັບອົງຄະລັກທ່ານຫນຶ່ງຂອງພະອົງ
ປັດຈຸບັນເຈົ້າຍິງຍັງປະທັບຢູ່ໃນຄະລຶຫາດວໍຊິງຕັນ ກຸງລອນດອນ ມູນຄ່າ 85 ລ້ານປອນ ຫລືປະມານ 3,400 ລ້ານບາດ ພ້ອມກັບພະໂອລົດແລະພະທິດາ ທີ່ຊົງຊະນະຄະດີໄດ້ສິດທິໃນການລ້ຽງດູລູກ