ອ້າຍ Kou OK ໄດ້ໂພສອັບເດດອາການນ້ອງນ້ຳຝົນວ່າ:
ມາມັດແຂນໃຫ້ນ້ອງ ນ້ຳຝົນ ທັງສູດມົນພາວະນາໃຫ້ຄຸນ ພະພຸດ ພະທັມ ພະສົງ ເທວະດາທີ່ປົກປັກຮັກສາໃຫ້ຄຸ້ມຄອງຮັກສາໃຫ້ນ້ອງຫາຍຈາກການບາດເຈັບກັບມາເປັນປົກກະຕິໂດຍໄວດ້ວຍເຖີ້ນເດີ້ ສາທຸ ສາທຸ ສາທຸ
ຂໍຂອບໃຈ ທ່ານໝໍທຸກຄົນທີ່ໂຮງໝໍມິດຕະພາບ 150 ຕຽງ ທຸກທ່ານແທນພໍ່ແມ່ຄອບຄົວນ້ອງທີ່ໄດ້ເອົາໃຈໃສ່ດູແລແລະຕິດຕາມອາການເປັນຢ່າງດີ ຂໍລາຍງານອາການຂອງນ້ອງຈົນຮອດປະຈຸບັນນ້ອງ ນ້ຳຝົນ ໄດ້ມີພັດທະນາການທີ່ໄປໃນທາງທີ່ດີຂຶ້ນຫລາຍນ້ອງມີການຕອບຮັບເວລາເຮົາຖາມຫລືສື່ສານໄປເນື່ອງຈາກທ່ານໝໍໄດ້ທຳການຜ່າຕັດກະໂລກຫົວເພື່ອດູດເອົາເລືອດທີ່ຄ້າງໃນສະໝອງອອກໄປໃນ
ວັນທີ່ 4/11/2020 ທີ່ຜ່ານມາປະຈຸບັນຄືການຕ້ອງໄດ້ຟື້ນຟູຮ່າງກາຍຂອງນ້ອງເພາະນ້ອງຖືກກະທຳຮ້າຍໃນຈຸດທີ່ສຳຄັນຫລາຍຈຸດທັງບວກກັບການເສຍເລືອດຫຼາຍເພາະຄົນທຳຮ້າຍຖືກຈຸດເສັ້ນເລືອດໄຫຍ່ ເຫຼືອແຕ່ເວລາທີ່ຕ້ອງໃຫ້ຮ່າງກາຍນ້ອງຟື້ນຟູໃຫ້ດີຂຶ້ນຈາກນີ້ໄປ ຂໍໃຫ້ມີປະຕິຫານ ໃຫ້ນ້ອງກັບມາປົກກະຕິເປັນລູກທີ່ຮັກຂອງ ພໍ່ ກັບ ແມ່ ໄວໄວເດີ…