ແຟນໜຸ່ມສຸດຊັອກ ສາວນ້ອຍໃຈໂດດນ້ຳດັບຊີວິດຕໍ່ໜ້າຕໍ່ຕາ ສາເຫດຍ້ອນຜິດນັດ.

ແຟນໜຸ່ມສຸດຊັອກ ສາວນ້ອຍໃຈໂດດນ້ຳດັບຊີວິດຕໍ່ໜ້າຕໍ່ຕາ ສາເຫດຍ້ອນຜິດນັດ.

ເຫດການນີ້ເກີດຂຶ້ນທີ່ປະເທດໄທ ເມື່ອເວລາປະມານ 03ໂມງ 03ນາທີ ວັນທີ່ 20ຕຸລາ ໄດ້ຮັບແຈ້ງເຫດມີຜູ້ຍິງໂດດລົງຄອງແສນແສບຈົມນ້ຳເສຍຊີວິດ ເຈົ້າໜ້າທີ່ຈຶ່ງຮີບໄປກວດສອບຈຸດເກີດເຫດ.
ເຈົ້າໜ້າທີ່ດຳນ້ຳ ໄດ້ລົງງົມຄົ້ນຫາໂດຍໃຊ້ເວລາ 10ນາທີ ພົບຮ່າງຍິງສາວໃນສະພາບໃສ່ເສື້ອຍືດແຂນສັ້ນສີດຳ ນຸ່ງໂສ້ງຂາສັ້ນສີດຳ ຮູ້ຊື່ແມ່ນ ນາງ ມຸກ ອາຍຸ 21ປີ ຊາວມຽນມາ.

ຈາກການສອບຖາມ ທ້າວ ໂຄ ອາຍຸ 21ປີ ຊາວມຽນມາ ແຟນໜຸ່ມທີ່ນັ່ງຮ້ອງໄຫ້ສະພາບຕົນໂຕປຽກນ້ຳ ໃຫ້ການວ່າ ໄດ້ຄົບຫາຜູ້ເສຍຊີວິດປະມານ 8ເດືອນ ກ່ອນເກີດເຫດຕົນກັບແຟນສາວໄດ້ນັດພົບກັນຫຼັງເລີກວຽກ ທີ່ບໍລິເວນຂົວຂ້າມຄອງແສນແສບ ເມື່ອຕົນມາຮອດຈຶ່ງໂທຫາແຟນສາວແຕ່ນາງບອກວ່າຍັງມາບໍ່ໄດ້ຫຼິ້ນນຳໝູ່ຢູ່ ຕົນຈຶ່ງລໍຖ້າຢູ່ບ່ອນເກີດເຫດ.

ຈົນຮອດເວລາປະມານ 03ໂມງ ນາງມຸກຈຶ່ງໄດ້ເດີນທາງມາຮອດແລະໄດ້ມີການຜິດຖຽງກັນ ໂດຍຝ່າຍຍິງເວົ້າວ່າ “ຫາກບໍ່ເຊື່ອໃຈກັນ ກໍ່ຈະໂດດນ້ຳໃຫ້ເບິ່ງ” ຈາກນັ້ນຝ່າຍຍິງຈຶ່ງໂດດລົງນ້ຳຈົມນ້ຳຫາຍໄປ ຕົນຈຶ່ງຮີບໂດດນຳລົງໄປເພື່ອຊ່ວຍເຫຼືອ ຂະນະນັ້ນໄດ້ມີເຈົ້າໜ້າທີ່ຕຳຫຼວດສາຍກວດພື້ນທີ່ຜ່ານມາພົບເຫັນ ຈຶ່ງໄດ້ຊ່ວຍເຫຼືອຕົນໄວ້ໄດ້ ໂຊກດີທີ່ຕົນບໍ່ຈົມນ້ຳເພາະຕົນກໍ່ລອຍນ້ຳບໍ່ເປັນ.ເບື້ອງຕົ້ນເຈົ້າໜ້າທີ່ຄາດວ່າ ສາວຜູ້ທີ່ເສຍຊີວິດເກີດອາການນ້ອຍໃຈແຟນທີ່ບໍ່ເຊື່ອໃຈຈຶ່ງໂດດລົງຄອງຈົມນ້ຳຈົນເສຍຊີວິດດັ່ງກ່າວ.

ຂ່າວທົ່ວໄປ