ຄະນະສະເພາະກິດຢືນຢັນ #ຈະບໍ່ມີການປິດເມືອງ ພ້ອມຢໍ້ານີ້ບໍ່ແມ່ນການລະບາດຄື້ນທີສອງ

ຄະນະສະເພາະກິດຢືນຢັນ #ຈະບໍ່ມີການປິດເມືອງ ພ້ອມຢໍ້ານີ້ບໍ່ແມ່ນການລະບາດຄື້ນທີສອງ

ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນງານຖະແຫຼງຂ່າວເມື່ອຕອນບ່າຍວັນທີ 24 ກໍລະກົດ 2020 ຫຼັງມີຄຳຖາມຈາກນັກຂ່າວວ່າ ຈະມີການຈັດຕັ້ງມາດຕະການປິດເມືອງອີກ ຫຼື ບໍ່? ເຊິ່ງທ່ານໄດ້ຢືນຢັນວ່າ ຈະບໍ່ມີການປິດເມືອງ ບໍ່ມີການນຳໃຊ້ມາດຕະການຈຳກັດບໍລິເວນ ຫຼື ການເດີນທາງໄປມາຂອງປະຊາຊົນ.

“ບໍ່ໃຫ້ເຂົ້າໃຈວ່າການຕິດເຊື້ອຂອງບຸກຄົນດັ່ງກ່າວນີ້ເປັນຄື້ນທີ 2, ບໍ່ໃຫ້ເວົ້າອີກ ໃຫ້ສື່ມວນຊົນເຂົ້າໃຈເປັນເອກະພາບ… ແມ່ນກໍລະນີພົບຜູ້ເດີນທາງເຂົ້າມາ ນຳເຊື້ອເຂົ້າມາສປປ ລາວ ແລ້ວຈຳກັດບໍລິເວນແຕ່ຢູ່ບ່ອນນັ້ນ”

ທາງການຈະເຝົ້າລະວັງຫຼັງຈາກທີ່ເຄື່ອນຍ້າຍຜູ້ຕິດເຊື້ອກໍລະນີຫຼ້າສຸດນີ້ເຊິ່ງເປັນຄົນສັນຊາດເກົາຫຼີ ໄປປິ່ນປົວຢູ່ທີ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ເພື່ອໃຫ້ຜູ້ກ່ຽວຫາຍດີ ພ້ອມທັງຕິດຕາມກວດກາຜູ້ສຳຜັດໃກ້ຊິດທັງ 17 ຄົນ ເຊິ່ງຜົນກວດເບື້ອງຕົ້ນອອກມາວ່າບໍ່ພົບເຊື້ອ ແຕ່ກໍຍັງຕ້ອງໄດ້ຕິດຕາມອີກວ່າຈະມີອາການອອກມາອີກ ຫຼື ບໍ່.

ພ້ອມນີ້ກໍຍັງຈະໄດ້ເຝົ້າລະວັງອີກ 109 ຄົນ ນອກຈາກ 17 ຄົນນີ້ ເຊິ່ງຕ່າງກໍໄດ້ຮັບການກວດຫາເຊື້ອແລ້ວ ແຕ່ຍັງຕ້ອງໄດ້ຕິດຕາມອີກ 14 ວັນຈົນກວ່າຈະຄົບກຳນົດ.

ສ່ວນຜູ້ທີ່ຍັງບໍ່ທັນມີລາຍຊື່ຢູ່ໃນບັນຊີເຫຼົ່ານີ້, ທ່ານ ດຣ ພູທອນ ກ່າວວ່າ ຜູ້ທີ່ພົບກັນໂດຍບັງເອີນ ອາດຈະຢູ່ສະໜາມບິນ ຫຼື ໃນໂຮງແຮມ ແມ່ນຈະຍັງມີອີກ ຫຼື ບໍ່, ສະນັ້ນ ຖ້າວ່າໃຜມີອາການແມ່ນໃຫ້ເດີນທາງໄປທີ່ໂຮງໝໍ ເຊິ່ງທາງການຈະກວດໃຫ້ໂດຍບໍ່ເສຍຄ່າ.

ເມື່ອຮອດຕອນນັ້ນ ຖ້າພົບວ່າມີການຂະຫຍາຍໄປອີກເປັນຈຸ້ມໃໝ່ ຈຶ່ງຈະມີການພິຈາລະນາຄືນອີກວ່າຈະດຳເນີນມາດຕະການຄືແນວໃດ.

ສາລະໜ້າຮູ້