ວິພາກວິຈານສະນັ່ນ ບັນຍາກາດງານແຕ່ງງານທີ່ເຕັມໄປດ້ວຢນ້ຳຕາ ຂອງເຈົ້າສາວອາຍຸພຽງ 13 ປີ ທີ່ອ້າງວ່າຖືກບັງຄັບໃຫ້ແຕ່ງງານກັບຊາຍອາຍຸ 48 ປີ ພ້ອມທັ້ງໃຫ້ລ້ຽງລູກຕິດຂອງເຂົາທີ່ອາຍຸເທົ່າກັນກັບລາວອີກດ້ວຍ
ອັດສະໄນລາ ມຸກາລິງ ເດັກສາວອາຍຸ13 ປີ ຕ້ອງກາຍມາເປັນພັນລະຍາຄົນທີ່ 5 ຂອງທ້າວອັບດຸນຣາຊາດ ອັມພາຕວນ ພາຍຫລັງເຂົ້າພິທີວິວາທີ່ກິນເວລາໝົດມື້ທີ່ຈັດຂຶ້ນໃນເມືອງມາມາຊາປາໂນ ປະເທດຟິລິບປິນ ເມື່ອວັນທີ່ 22 ຕຸລາ ທີ່ຜ່ານມາ ໂດຍລາວໄດ້ຮັບມອບຫມາຍໃຫ້ເຮັດວຽກບ້ານທຸກຢ່າງ ທັ້ງຍັງຕ້ອງລ້ຽງດູລູກຕິດຂອງຝ່າຍຊາຍທີ່ອາຍຸເທົ່າກັນກັບລາວ
ແຕ່ເຖີງຢ່າງໃດກໍຕາມຕົວເດັກສາວກັບບອກວ່າລາວນັ້ນບໍ່ໄດ້ຮູ້ສຶກຢ້ານທ້າວອັບດຸນຣາຊາດ ສາມີຂອງລາວແມ້ແຕ່ນ້ອຍ ນັ້ນເປັນເພາະເຂົາດີກັບລາວຫລາຍ “ຂ້ອຍກຳລັງເລື່ມຫັດແຕ່ງກິນແລ້ວ ເພາະຂ້ອຍບໍ່ຊຳນານເລື່ອງນີ້ເລີຍ ແຕ່ກໍ່ຕ້ອງຝຶກຕໍ່ໄປເພື່ອໃຫ້ສາມີຂ້ອຍມີຄວາມສຸກ” ແລະຫລັງຈາກນັ້ນ 3 ອາທິດ ອັບດຸນຣາຊາດກໍ່ໄດ້ສ້າງບ້ານຫລັງເລັກກະທັດລັດຂຶ້ນມາກັບມື ຫວັງໃຫ້ເປັນເຮືອນຫໍຂອງເຂົາກັບພັນລະຍາ(ເດັກ)ສາວ ໂດຍເຂົາເຮັດວຽກເປັນຊາວໄຮ່ຊາວນາ ໃນຂະນະທີ່ອັດສະໄນລາກໍ່ຫັດເປັນແມ່ບ້ານເຕັມຕົວ ຄອຍເບິ່ງແຍງເລື່ອງວຽກບ້ານວຽກເຮືອນແລະລ້ຽງດູລູກໆຂອງສາມີທີ່ຕິດມາຈາກພັນລະຍາຄົນກ່ອນດ້ວຍເຊັ່ນກັນ ໂດຍທັ້ງສອງວາງແຜນຈະມີລູກຄົນໃຫມ່ ເມື່ອອັດສະໄນລາອາຍຸຮອດ 20 ປີບໍລິບູນ
ເຖິງຢ່າງນັ້ນແລ້ວ ອັບດຸນຣາຊາດກໍ່ຍັງເຫັນຄວາມສຳຄັນຂອງການສຶກສາຢູ່ ໂດຍເຂົາເວົ້າວ່າຈະເປັນຄົນສົ່ງເສນຄ່າຮຽນແກ່ພັນລະຍາຂອງເຂົາເອງ ເປັນການຂ້າເວລາລໍຖ້າໃຫ້ລາວອາຍຸຄົບ 20 ປີທີ່ຈະມີລູກກັບເຂົາໄດ້ໂດຍບໍ່ໃຫ້ມີຫາງສຽງໃດໆຈາກສັງຄົມ.