ທ່ານຮອງປະທານປະເທດ ທ້າໃຫ້ພະນັກງານໃນກະຊວງການເງິນສາບານຕາຍ ຖ້າບໍ່ໄດ້ໂລບເງິນ

ທ່ານຮອງປະທານປະເທດ ທ້າໃຫ້ພະນັກງານໃນກະຊວງການເງິນສາບານຕາຍ ຖ້າບໍ່ໄດ້ໂລບເງິນ

ທ່ານພັນຄຳ ວິພາວັນ ຮອງປະທານປະເທດ ກ່າງໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງຄັ້ງທີ III​ ວັນທີ​ 19​ພະຈິກ​ນີ້​ທ່ານ ມີຄຳເຫັນຕອນໜຶ່ງວ່າ: ຫາງສຽງສັງຄົມມີພາບພົດລົບຕໍ່ຂະແໜງການເງິນມີຫຼາຍ ເຖິງແມ່ນວ່າຈະພະຍາຍາມແກ້ໄຂຫຼາຍແລ້ວກໍຕາມ,​

ເຊິ່ງມັນເປັນສິ່ງທີ່ຫ້າມ​ ແລະຕິເຂົາບໍ່ໄດ້​ ເພາະຜ່ານມາປາກົດການມັນມີຈິງ ຖ້າວ່າສິ່ງສັກສິດມີຈິງໄປສາບານລອງເບິ່ງ​ແມ໋ ວ່າບັນດາສະຫາຍບໍ່ໄດ້ໂລບເອົາຈັກກີບ ຢ້ານວ່າຕາຍມີກວ່າ.​ັນນີ້ແມ່ນຄວາມຈິງທີ່ປາສະຈາກບໍ່ໄດ້,​ ປະຊາຊົນລະແວງເປັນສິດຂອງເຂົາ​ ແຕ່ການແກ້ໄຂນັ້ນເປັນໜ້າທີ່ຂອງເຮົາ.

ຢ່າວ່າແຕ່ກະຊວງການເງິນ ທຸກກະຊວງສິກ້າສາບານບໍ

ປັນຫາມັນບໍ່ໄດ້ຢູ່ທີ່ກ້າສາບານຫລຶບໍ່ ສາບານມັນແກ້ຫຍັງບໍ່ໄດ້ ທາງອອກທີ່ດີຄືສ້າງລະບົບກວດສອບທີ່ເປັນອິດສະຫຼະ ບໍ່ຢູ່ພາຍໄຕ້ອິດທິພົນຂອງໃຜ ກວດສອບໄດ້ທຸກຕຳແໜ່ງ ທຸກບຸກຄົນ ບໍ່ຍົກເວັ້ນ ແລະ ຖ້າພົບກະບັງຄັບໄຊ້ກົດໝາຍຢ່າງສະເໝີພາບ ບໍ່ໃຫ້ເຮັດແບບອອ່ນແລ້ວແທງແຂງແລ້ວເວັນ ຜູ້ມີອຳນຳຫລາຍຖ້າສໍ້ໂກງກໍ່ສໍ້ໂກງຫລາຍ ແລະ ພາໃຫ້ລູກນ້ອງສໍ້ໂກງນຳ ຄວາມຈິບຫາຍມັນແຫ່ງເກິດຂື້ນຫລາຍ

ແຕ່ມັນຄືສິບໍ່ເກິດຂື້ນໃນລາວ ເພາະຄົນໃນອົງກອນກວດສອບກໍ່ມາຈາກຄົນທ່ານນັ້ນທ່ານນີ້ ລູກນ້ອງສິໄປກວດນາຍ ເອື້ອຍສິໄປກວດນ້ອງ ລູກສິໄປກວດພໍ່ ຖ້າຊາດໜ້າຕອນສວຍໆ ພຸ້ນເດີ.

ຂ່າວທົ່ວໄປ