ແມ່ຄ້າຍຸກ 4G ຕ້ອງອ່ານ! ມິຕິໃໝ່ແຫ່ງວົງການ Live ຂອງ Viya ຂາຍແນວໃດຈຶ່ງຈັບເງິນຫຼັກສິບລ້ານ?

ແມ່ຄ້າຍຸກ 4G ຕ້ອງອ່ານ! ມິຕິໃໝ່ແຫ່ງວົງການ Live ຂອງ Viya ຂາຍແນວໃດຈຶ່ງຈັບເງິນຫຼັກສິບລ້ານ?

ສາວງາມ ອາຍຸ 34 ປີຄົນນີ້ຄື ເຈົ້າເເມ່ເເຫ່ງວົງການ Live ຂາຍເຄື່ອງທີ່ໂດ່ງດັງໃນປະເທດຈີນ ເພາະວ່າລາວຂາຍມາເເລ້ວທຸກຢ່າງ ນັບຕັ້ງເເຕ່ເຂົ້າຫນົມ, ອາຫານ, ເຄື່ອງສໍາອາງ ນັບໄປເຖິງ ເຮືອນ, ທີ່ດິນ. ເວົ້າງ່າຍໆກໍຄືສາວ Viya ຂາຍສິນຄ້າມາເເລ້ວເກືອບທຸກປະເພດ ບໍ່ມີສິນຄ້າອັນໃດທີ່ຂາຍບໍ່ໄດ້ ຫຼື ຂາຍບໍ່ດີ, ຈົນ Bloomberg ຕັ້ງສາຍານາມໃຫ້ລາວວ່າ The World’s Livestreaming Queen, ເຊິ່ງສົມກັບເປັນລາວແທ້ໆ!

ຫລ້າສຸດ, ສາວ Viya ໄດ້ສ້າງສະທິຕິໃຫມ່ໃນຄົນໂສດຈີນອີກຄັ້ງ ໂດຍໃນປີທີ່ຜ່ານມາ ລາວສາມາດສ້າງຍອດຂາຍໄດ້ສູງເຖິງ 3 ພັນລ້ານຢວນ ຫລື ປະມານ 13,000 ລ້ານບາດ ເເລະ ຍັງເຄີຍມີຈໍານວນຜູ້ຊົມໃນ live ສູງສຸດເຖິງ 37 ລ້ານຄົນ (ຫລາຍກວ່າຄົນເບິ່ງ Game of Thrones ອີກ!)

ວ່າເເຕ່ສິ່ງທີ່ເຮັດໃຫ້ສາວຜູ້ນີ້ປະສົບຜົນສໍາເລັດຂະຫນາດນີ້ຄືຫຍັງ? ເຮົາລອງມາເບິ່ງພ້ອມກັນເລີຍ:

1.ຄວາມຈິງໃຈ ໂດຍສາວ Viya ເເລະ ທີມງານຈະຊອກຫາ ເເລະ ເເນະນໍາສະເພາະຜະລິດຕະພັນທີ່ມີຄຸນນະພາບດີ ເເລະ ລາຄາສົມເຫດສົມຜົນເທົ່ານັ້ນ.

ທີມງານຂອງ Viya ມີປະມານ 200 ຄົນ ຈະຖືກເເບ່ງເປັນ ສອງກຸ່ມ. ກຸ່ມທຳອິດຈະກວດສອບເລື່ອງທີ່ມາທີ່ໄປ ຄວາມຫນ້າເຊື່ອຖືຂອງເເບຣນ. ກຸ່ມທີ່ສອງຈະກວດເລື່ອງປອດໄພຂອງວັດຖຸດິບ ຫລື ສ່ວນປະສົມ ເເລະ ກຸ່ມທີສາມຈະທົດລອງໃຊ້ສິນຄ້າເເທ້ເຊັ່ນ ຖ້າສິນຄ້າເປັນເເຜ່ນມາກຫນ້າ ທີມງານກໍຈະລອງມາກຫນ້າເເທ້ໆກ່ອນ 2 ຫາ 3 ມື້ກ່ອນໄລຟຂາຍເຄື່ອງ. ນອກຈາກນີ້ 4 ຊົ່ວໂມງ ກ່ອນການ live Viya ຈະກວດສິນຄ້າທຸກຢ່າງອີກຄັ້ງ ເເລະ ຈະເປັນຄົນຕັດສິນໃຈວ່າສິນຄ້າໂຕໃດພ້ອມຂາຍ.

ຂະບວນການທີ່ເຂັ້ມງວດເຫຼົ່ານີ້ ເຮັດໃຫ້ລາວໄດ້ຮັບຄວາມເຊື່ອຖືຈາກລູກຄ້າເປັນຢ່າງຫລາຍ ເເລະ ສິນຄ້າທີ່ລາວເລືອກມາກໍຈະຖືກຂາຍໝົດໃນເວລາສັ້ນໆ!

2.ມີຄວາມເຂົ້າໃຈວ່າຈະສື່ສານກັບລູກຄ້າແນວໃດ? Viya ຮູ້ຈັກວ່າເເຟນໆລາວເປັນຢ່າງດີ ນອກຈາກນີ້ ລາວຍັງມີຈິດຕະວິທະຍາໃນການເວົ້າ ຮູ້ວ່າຈະເວົ້າຄຸນສົມບັດຂອງສິນຄ້າເເຕ່ລະອັນໃນມຸມໃດ ທີ່ລູກຄ້າຈະຖືກໃຈ. ຍົກຕົວຢ່າງເຊັ່ນເທື່ອຫນຶ່ງລາວເຄີຍໄລຟຂາຍແປງຖູເເຂ້ວ ເເຕ່ຄົນຈີນສ່ວນຫລາຍນິຍົມໃຊ້ໄມ້ຈິ້ມເເຂ້ວຢູ່. ເເທນທີ່ລາວຈະເລືອກປຽບທຽບຄວາມເເຕກຕ່າງ ແຕ່ຊໍ້າພັດບໍ່ແມ່ນ! ລາວເລືອກຍິງປະເດັນເຖິງເປົ້າໝາຍລູກຄ້າ ສິນຄ້ານີ້ໄປຫາເເມ່ທີ່ມີລູກ ເເລະ ບອກໃຫ້ຮູ້ວ່າໄມ້ຈິ້ມເເຂ້ວແມ່ນເເຫລມ

2.ມີຄວາມເຂົ້າໃຈວ່າຈະສື່ສານກັບລູກຄ້າແນວໃດ? Viya ຮູ້ຈັກວ່າເເຟນໆລາວເປັນຢ່າງດີ ນອກຈາກນີ້ ລາວຍັງມີຈິດຕະວິທະຍາໃນການເວົ້າ ຮູ້ວ່າຈະເວົ້າຄຸນສົມບັດຂອງສິນຄ້າເເຕ່ລະອັນໃນມຸມໃດ ທີ່ລູກຄ້າຈະຖືກໃຈ. ຍົກຕົວຢ່າງເຊັ່ນເທື່ອຫນຶ່ງລາວເຄີຍໄລຟຂາຍແປງຖູເເຂ້ວ ເເຕ່ຄົນຈີນສ່ວນຫລາຍນິຍົມໃຊ້ໄມ້ຈິ້ມເເຂ້ວຢູ່. ເເທນທີ່ລາວຈະເລືອກປຽບທຽບຄວາມເເຕກຕ່າງ ແຕ່ຊໍ້າພັດບໍ່ແມ່ນ! ລາວເລືອກຍິງປະເດັນເຖິງເປົ້າໝາຍລູກຄ້າ ສິນຄ້ານີ້ໄປຫາເເມ່ທີ່ມີລູກ ເເລະ ບອກໃຫ້ຮູ້ວ່າໄມ້ຈິ້ມເເຂ້ວແມ່ນເເຫລມ

3.ScarcityTechiques ລະຫວ່າງທີ່ Live ລາວຈະບໍ່ໄດ້ປ່ອຍໃຫ້ລູກຄ້າຊື້ເຄື່ອງໄປເລື້ອຍໆ ເເຕ່ຈະສົ່ງສັນຍານັບຖອຍຫລັງ 5 4 3 2 1 ເມື່ອຣີວິວຈົບ. ສົ່ງຜົນໃຫ້ຫລາຍຄົນເກີດຄວາມຮູ້ສຶກວ່າຕ້ອງຟ້າວຊື້ ເພາະຢ້ານເຄື່ອງຫມົດກ່ອນນັ້ນເອງ.

4.ຮູ້ເລິກຮູ້ເເທ້ເລື່ອງສິນຄ້າເປັນຢ່ງດີ ນອກຈາກຮູບຮ່າງໜ້າຕາທີ່ສວຍງາມເເລ້ວ ອີກຄຸນສົມບັດທີ່ສໍາຄັນຂອງ Viya ກໍຄືຄວາມໜ້າເຊື່ອຖື ເເລະ ຄວາມເຂົ້າໃຈໃນສິນຄ້າເເຕ່ລະໂຕຢ່າງເລິກເຊິ່ງ. ເຊິ່ງລາວ ເເລະ ທີມງານຈະເຮັດວຽກບ້ານຢ່າງໜັກ ຈຶ່ງເຮັດໃຫ້ລາວສາມາດຕອບຄໍາຖາມຕ່າງໆໄດ້. ນອກຈາກນີ້ລາວຍັງມີຄວາມຮູ້ນໍາວ່າຄວນຂາຍສິນຄ້າເເບບໃດໃຫ້ລູກຄ້າກຸ່ມໃດເຊັ່ນ ຕອນທີ່ລາວຂາຍຕູ້ເຢັນໃຊ້ໄວ້ເກັບເຄື່ອງສໍາອາງລາຄາເເພງ ມີຫຼາຍຄົນຄອມເມັນວ່າຊື້ມາເຮັດຫຍັງ ບໍ່ເຫັນຈໍາເປັນ. ເຊິ່ງລາວກໍພະຍາຍາມຈະບໍ່ເວົ້າກັບລູກຄ້າເຫຼົ່ານີ້ ແຕ່ສຸມໃສ່ລູກຄ້າທີ່ໃຊ້ເຄື່ອງສໍາອາງເເບຣນເນມເທົ່ານັ້ນ.

5. ກ້າຮັບປະກັນ ນອກຈາກຈະເລືອກມາເເລ້ວວ່າຂອງຕ້ອງມີຄຸນນະພາບດີດ້ານການຈັດສົ່ງ ເເລະ ການບໍລິການສະດວກວ່ອງໄວ. ນອກນັ້ນ, ຍັງມີການຮັບປະກັນສິນຄ້າໃຫ້ນໍາ ໂດຍລູກຄ້າສາມາດສົ່ງເງິນຄືນໄດ້ຖ້າບໍ່ໍພໍໃຈ.

ເເລະ ນີ້ກໍຄື Viya ໂຕເເມ່ເເຫ່ງວົງການ live ຂາຍເຄື່ອງຂອງຊາວຈີນ, ອັນດັບ 1 ໃນຕອນນີ້ຈະເຫັນໄດ້ວ່າບໍ່ມີຫຍັງທີ່ເປັນ “ໂຊກຊ່ວຍ” ຫຼື “ຊົ່ວຂ້າມຄືນ” ທຸກຢ່າງເກີດການກຽມພ້ອມຝຶກຝົນ ເເລະ ເຮັດວຽກໜັກເເທ້ໆ. ຫວັງວ່າລູກເພຈມ່ວນທີ່ມາອ່ານເຖິງຈຸດນີ້ຈະໄດ້ປະໂຫຍດ ເເລະ ເເຮງບັນດານໃຈໃໝ່ໆເດີ້ ແນວໃດກໍລອງນໍາເອົາເຄັດລັບໄປປະຍຸກໃຊ້ເບິ່ງ.

ຂ່າວທົ່ວໄປ