ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ

ນາຍົກລັດຖະມົນຕີເລບານອນ ປະກາດລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ

ສຳນັກຂ່າວຕ່າງປະເທດລາຍງານຈາກເບຣຸດ ປະເທດເລບານອນ ໃນວັນທີ 11 ສິງຫາ 2020 ວ່າ: ທ່ານ ຮັດຊັນ ດີອັບ (Hassandi Ab) ຖະແຫຼງຜ່ານໂທລະພາບແຫ່ງຊາດ ເມື່ອວັນຈັນຕາມເວລາທ້ອງຖິ່ນ ປະກາດລາອອກຈາກຕຳແໜ່ງ ນາຍົກ ລັດຖະມົນຕີ ເລບານອນ ຫຼັງຈາກດຳລົງຕໍາແໜ່ງໄດ້ພຽງ 7 ເດືອນເທົ່ານັ້ນ,

ທັງນີ້ ການປະກາດລາອອກໄດ້ສົ່ງຜົນໃຫ້ ຄະນະລັດຖະມົນຕີສິ້ນສຸດວາລະຈາກຕຳແໜ່ງໄປພ້ອມກັນ ເພື່ອສະແດງ ຄວາມຮັບຜິດຊອບ ຕໍ່ເຫດລະເບີດ ຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດ ທີ່ທ່າເຮືອ ໃນນະຄອນຫລວງ ເບຣຸດ ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກວ່າ 200 ຄົນ, ໄດ້ຮັບບາດເຈັບ 6.000 ກວ່າຄົນ ແລະ ສູນຫາຍອີກ ປະມານ 20 ຄົນ. ນອກນີ້ ປະຊາຊົນ ຫລາຍແສນຄົນ ບໍ່ມີທີ່ຢູ່ອາໄສ

ຂ່າວທົ່ວໄປ