ເຕືອນແມ່ຍີງລາວຊາຍໜຸ່ມລາວລະວັງຕົກເປັນເຍື່ອຂອງກຸ່ມຄ້າມະນຸດຊາວຕ່າງຊາດ ພວກເຂົາມາເປັນກຸ່ມແກ້ງມາຫຼອກຍີງສາວຫຼືຊາຍໜຸ່ມ ເພື່ອຖ່າຍຄລິບວີດີໂອເພື່ອແລກເສດເງິນຂອງພວກເຂົາ ກຸ່ມແກ້ງເຫຼົ່ານີ້ເຂົາຖ່າຍຄິບເອົາໄປຫາເງິນ ໂດຍເອົາໄປໂພສລົງເວັບໄຊ ອະນາຈານຂອງພວກເຂົາເພື່ອແລກກັບເງິນໂຄສະນາ ບາງກຸ່ມແກ້ງກໍ່ເອົາໄປໂພສລົງກຸ່ມ ໄລນ ອະນາຈານຂອງພວກເຂົາ ເພື່ອແລກເອົາເງິນຂອງຜູ່ຄົນທີ່ສະມັກເຂົ້າກຸ່ມ
ບາງກຸ່ມກໍ່ເຮັດແບບຈ່າຍເປັນລາຍເດືອນລາຍປີ ບາງກຸ່ມແກ້ງກໍ່ເອົາຄລິບໄປໂພສລົງທວິສເຕີເພື່ອຮຽກຄ່າໄຖ ຄືຖ້າຢາກໃຫ້ລົບຄລິບຕ້ອງໂອນເງິນໄປໃຫ້ພວກເຂົາ ແລ້ວພວກເຂົາຈື່ງລົບຄລິບອະນາຈານຂອງຜູ່ຕົກເປັນເຍື່ອອອກ ເຫດການແບບນີ້ເກີດຂື້ນມາຫຼາຍຄົນແລ້ວ ແຕ່ທີ່ບໍ່ເປັນຂ່າວເພາະວ່າມັນເປັນເລື່ອງທີ່ໜ້າອັບອາຍບໍ່ມີໃຜກ້າເອົາອອກມາເຜີຍແຜ່ລົງໃນທີ່ສາທາລະນະ ບາງຄົນທີ່ຕົກເປັນເຍື່ອ ເຮັດໃຫ້ສັງຄົມຮັບບໍ່ໄດ້ ເຖີງຂັ້ນຕົກງານ ຫຼືທຳຮ້າຍຕົນເອງ
ລະວັງເດີ້ ຢ່າເຫັນພຽງເງິນຂອງພວກເຂົາຈົນພາໃຫ້ຕົນເອງຕົກຕ່ຳກ່ອນຈະສາຍເກີນແກ້ ແລະໃນເດືອນຕຸລາ 2020 ຈາກເພຈຂ່າວຂອງປະເທດໄທໄດ້ໂພສວ່າ “ຜູ້ຊາຍຄົນນີ້ເປັນຜູ້ລື້ໄພຊາວຈີນຫຼົບໜີມາທີ່ປະເທດລາວ ສຳລັບກິດຈະກຳການຖ່າຍຮູບແລະວີດີໂອກັບແມ່ຍີງຕາມຂ່າວກອງຜູ້ຕ້ອງສົງໄສປະກົດໂຕໃນ 2 ແຫ່ງເຊັ່ນ ວັງວຽງ ແລະ ກາສີ ແຂວງວຽງຈັນ ຫາກໃຜພົບບຸກຄົນນີ້ກະລຸນາໂທແຈ້ງຕຳຫຼວດທັນທີ ຕຳຫຼວດສະເໜີລາງວັນໃຫ້”