ສອງເຖົ້າໂຊກຮ້າຍ ມອບເຮືອນໃຫ້ລູກຊາຍຫຼັງແຕ່ງ ເມື່ອລູກຊາຍເສຍຊີວິດ ຖືກລູກໄພ້ຢືດເຮືອນເປັນຂອງຕົນເອງ

ສອງເຖົ້າໂຊກຮ້າຍ ມອບເຮືອນໃຫ້ລູກຊາຍຫຼັງແຕ່ງ ເມື່ອລູກຊາຍເສຍຊີວິດ ຖືກລູກໄພ້ຢືດເຮືອນເປັນຂອງຕົນເອງ

ໜ້າລັກຂ່າວປະຈຳວັນຂ່າວທົ່ວໄປສອງເຖົ້າສຸດໂຊກຮ້າຍ ມອບເຮືອນໃຫ້ລູກຊາຍຫຼັງແຕ່ງງານ ເມື່ອລູກຊາຍເສຍຊີວິດ ຖືກລູກໄພ້ຢືດເຮືອນເປັນຂອງຕົນເອງທັນທີສອງເຖົ້າສຸດໂຊກຮ້າຍ ມອບເຮືອນໃຫ້ລູກຊາຍຫຼັງແຕ່ງງານ ເມື່ອລູກຊາຍເສຍຊີວິດ ຖືກລູກໄພ້ຢືດເຮືອນເປັນຂອງຕົນເອງທັນທີໂດຍaມີເລື່ອງເລົ່າສຸດສະເທືອນໃຈມາເຜີຍແຜ່ ຂອງຄູ່ຜົວ

ເມຍເຖົ້າມີລູກຊາຍຄົນດຽວຕ້ອງມາທົນທຸກຫຼັງລູກຊາຍເສຍຊີວິດ ເຮືອນທີ່ເຄີຍຢູ່ຕົກເປັນຂອງລູກໄພ້ ຈາກເຈົ້າຂອງເຮືອນຕ້ອງກັບກາຍເປັນສ່ວນເກີນທັນທີ.ຍິ່ງຕໍ່ມາຜູ້ເປັນລູກໄພ້ມີຜົວໃໝ່ ບໍ່ວ່າຈະເຮັດຫຍັງກໍ່ຂັດຫູຂັດຕາໄປໝົດ ຖືກຈົ່ມດ່າເລື່ອງຄ່າເຂົ້າຄ່ານໍ້າຄ່າໄຟ ຈົນອຶດອັດ ຢາກຫາທາງອອກໃນບັ້ນປາຍຊີວິດ ອີກໃຈໜຶ່ງກໍ່ຫ່ວງຄູ່ຊີວິດ ຫາກ

ໃຜຄົນໜຶ່ງເປັນຫຍັງໄປອີກຄົນຈະຊີວິດຢູ່ແບບໃດ ຕ້ອງຖືກປ່ອຍປະລະເລີຍແນ່ນອນ.ໂດຍເລື່ອງລາວນີ້ ຖືກນໍາມາເຜີຍແຜ່ບອກເລົ່າຜ່ານຄວາມຄິດເຫັນໜຶ່ງເທິງເຟສບຸກ ພໍ່ເຖົ້າໄວກະສຽນເຂົ້າມາເລົ່າຊີວິດຂອງຕົນ ຫຼັງຍົກເຮືອນໃຫ້ກັບລູກຊາຍທີ່ສ້າງຄອບຄົວແລ້ວ ແຕ່ວ່າບໍ່ດົນລູກຊາຍມາເສຍຊີວິດໄປ ເຮືອນຈຶ່ງຕົກເປັນຂອງລູກໄພ້ ພໍ່ແມ່ຜູ້ເປັນ

ຜົວກາຍເປັນຜູ້ຢູ່ອາໄສ ຊໍ້າຮ້າຍຖືກຈົ່ມບໍ່ເວັ້ນໃນແຕ່ລະມື້ຈົນອຸກອັ່ງ ແນວໃດກໍ່ຕາມ ເລື່ອງທີ່ນໍາມາເຜີຍແຜ່ນີ້ ພຽງຢາກນໍາມາເປັນອຸທາຫອນໃຫ້ກັບບັນດາພໍ່ແມ່ຜູ້ຄິດຈະໂອນຊັບສິນໃດໃຫ້ລູກຫຼັງແຕ່ງງານຕ້ອງສຶກສາ ແລະ ຄິດໃຫ້ຖີ່ຖ້ວນ ທັງນີ້ກໍ່ຝາກເປັນຂໍ້ຄິດເຕືອນໃຈເຖິງລູກຊາຍລູກສາວ ລູກເຂີຍລູກໄພ້ ຜູ້ຈະລ້ຽງດູພໍ່ແມ່ປູ່ຍ່າໃນຍາມເຖົ້າ ໃຫ້ຖືເອົາເລື່ອງນີ້ເປັນສິ່ງເຕືອນໃຈ ຢ່າລືມຄິດເຫັນຄວາມຮູ້ສຶກຂອງພວກເພິ່ນ

ຂ່າວທົ່ວໄປ