ລາຍງານຈາກເພສ ສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ ເລື່ອງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແຈ້ງຢຸດຕິການຂົນສົ່ງໂດຍສານ ແລະ ສີນຄ້າ ໄປແຂວງຫລວງນ້ໍາທາ ເພາະພົບຜູ້ຕິດເຊື້ອໂຄວິດ19 ຢູ່ແຂວງດັ່ງກ່າວ. ໂດຍມີເນື້ອຫາດັ່ງຕໍ່ໄປນີ້:
ພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ຂໍຖືເປັນກຽດແຈ້ງມາຍັງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ 7 ເມືອງ ພາຍໃນແຂວງຜົ້ງສາລີ ຊາບວ່າ: ໃນຕອນເຊົ້າຂອງວັນທີ 3 ທັນວາ 2020 ໄດ້ມີການກວດພົບຄົນໄຂ້ທີ່ມີເຊື້ອພະຍາດ ໂຄວິດ-19 ພາຍໃນແຂວງຫຼວງນ້ຳທາ ເພື່ອສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດດັ່ງກ່າວນັ້ນ ຈຶ່ງໃຫ້ຢຸດການເດີນທາງໄປແຂວງຫຼວງນ້ຳທາ ເປັນການຊົ່ວຄາວ ຈົນກວ່າຈະມີການແຈ້ງການໃຫ້ມີການເປີດແລ່ນເປັນປົກກະຕິ. ສ່ວນລົດທີ່ມາຈາກຫຼວງນ້ຳທາ ທີ່ເຂົ້າມາພາຍໃນແຂວງຜົ້ງສາລີ ໃຫ້ປະສານຫາເຈົ້າໜ້າທີ່ ສາທາລະນະສຸກ ເພື່ອນຳເອົາພວກໄປກັກຕົວຕາມລະບຽບການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມການແຈ້ງການນີ້ຢ່າງເຂັ້ມງວດ.