ແມ່ຕູ້ຢາກມີຊີວິດຂັັ້ນສຸດທ້າຍທີ່ບ້ານເກີດ ແຕ່ບໍ່ມີຄ່າລົດກັັບບ້ານ

ແມ່ຕູ້ຢາກມີຊີວິດຂັັ້ນສຸດທ້າຍທີ່ບ້ານເກີດ ແຕ່ບໍ່ມີຄ່າລົດກັັບບ້ານ

ແມ່ປ້າ ຄູນ ເປັນພະຍາດຫຼາຍຢ່າງລູກພາແມ່ມາແຕ່ແຂວງຄຳມ່ວນ ມາປີ່ນປົວຢູ່ ນະຄອນຫຼວງວຽງຈັນ ມາໄດ້ 2-3 ເດືອນແລ້ວ ປີ່ນປົວຈົນໝົດເງິນແມ່ກະບໍ່ເຊົາ ສີຈ້າງລົດແຕ່ໂຮງໝໍເມືອບ້ານກະບໍ່ມີເງິນຈ້າງ ເລີຍພາແມ່ມາເຊົ່າຫ້ອງແຖວຢູ່ລໍຖ້າກັບບ້ານນໍ້າມະຫ່າງ ເມືອງຄູນຄຳ ແຂວງຄຳມ່ວນ.

ເລີຍມາຂໍ ໜ່ວຍກູ້ໄພນະຄອນຫຼວງ 1624 ເມືອສົ່ງໃຫ້ແມ່ປ້າໄດ້ກັບບ້ານເຫັນໜ້າຄອບຄົວເປັນຄັ້ງສຸດທ້າຍດ້ວຍເຖີນ. ໜ່ວຍກູ້ໄພຂໍເປີດຮັບບໍລິຈາກ ຄົນລະ 5 ພັນ 10 ພັນເພື່ອຊື້ນໍ້າມັນລົດແລະອັດຕາກີນອ້າຍນ້ອງໄປສົ່ງແມ່ປ້າ ຄູນ ໄດ້ກັບບ້ານເຫັນໜ້າຄອບຄົວເປັນຄັ້ງສຸດທ້າຍດ້ວຍເຖີນ. ທ່ານໃດຢາກຊ່ວຍເຫຼືອຄ່ານໍ້າມັນແລະອັດຕາກີນອ້າຍນ້ອງເມືອສົ່ງລວມ 1.500.000 ກີບ

ຫຼື ສາມາດບໍລິຈາກເຂົ້າບັນຊີກາງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ. ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກຄບັນຊີ: LAK 010120000993902001.
ເບີໂທຕິດຕໍ່ 020 22441624.

ສາລະໜ້າຮູ້