ໜຸ່ມໄຮໂຊສຸດເຈົ້າຊູ້ ຄວງເມຍທີ່ກຳລັງຖືພາພ້ອມກັນ6ຄົນ ອອກງານແຕ່ງ

ໜຸ່ມໄຮໂຊສຸດເຈົ້າຊູ້ ຄວງເມຍທີ່ກຳລັງຖືພາພ້ອມກັນ6ຄົນ ອອກງານແຕ່ງ

ເປັນທີ່ຮືຮາຂອງຊາວເນັດ ຫຼັງເວັບໄຊຕ໌ ເດລີສຕາ ໄດ້ເວົ້າເຖິງການຮ່ວມງານແຕ່ງດອງຂອງໜຸ່ມເພຼບອຍ (ໜຸ່ມເຈົ້າຊູ້) ຄົນໜຶ່ງທີ່ເອີ້ນໄດ້ວ່າຍາດຄວາມສົນໃຈເຈົ້າບ່າວເຈົ້າສາວສຸດໆ ເລື່ອງທີ່ເຂົາໄດ້ເອົາສາວໆໄປງານດອງນຳ ແຕ່ເອົາໄປຄົນດຽວມັນກໍ່ຈະບໍ່ເທ່ບໍ່ເຈົ້າສູ້ ຈຶ່ງເອົາສາວໆໄປພ້ອມກັນເລີຍ6ຄົນ ເທົ່ານັ້ນຍັງບໍ່ພໍສາວໆທຸກຄົນຍັງຖືພາອີກດ້ວຍ.

ຊາຍຄົນນີ້ມີຊື່ວ່າ Mike Eze-Nwalie Nwogu ຫຼືເປັນທີ່ຮູ້ຈັກກັນໃນຊື່ Pretty Mike ເຈົ້າຂອງ Club ໃນລາກອສ ປະເທດໄນຈີເຣຍ ໜຶ່ງໃນຄົນດັງທີ່ມີຊື່ສຽງດ້ານການເປັນເພຼບອຍຕົວພໍ່ ເຂົາມັກເປີດເຜີຍໂຊຄວາມສຳພັນຂອງເຂົາກັບສາວໆໃນໂຊຊ່ຽວຕະຫຼອດ.

Mike ຖືກເຊີນໃຫ້ຮ່ວມງານແຕ່ງງານເມື່ອວັນເສົາທີ່ຜ່ານມາ ເຂົາແລະສາວໆທັງ 6ຄົນຍ່າງເຂົ້າງານມາພ້ອມກັນ ເຂົາມາໃນຊຸດສີບົວເດັ່ນໆ ຂະນະທີ່ສາວໆມາໃນຊຸດສີເງິນເປັນຄອນເຊັບດຽວກັນ ໂດຍທັງ6ຄົນຖືພາພ້ອມກັນແລະເຂົາຍັງບອກອີກວ່າລາວເປັນພໍ່ຂອງເດັກຢູ່ໃນທ້ອງທັງໝົດອີກດ້ວຍ.

ຂ່າວທົ່ວໄປ