ມີແນວສິມາເລົ່າສູ່ຟັງ!!!ໃຜບໍ່ຢາກເສຍເວລາອ່ານກະເລື່ອນຜ່ານໄປ.ເຊື່ອວ່າບາງຄູ່ຕ້ອງເປັນຄືຂ້ອຍເວົ້າເລື້ອງຄວາມຮັກຕອນຍັງຄົບກັນແມ່ນຫຍັງກະຄືວ່າເປັນອັນຜິດອັນເບື່ອທາງຜູ້ຍິງມີຫຍັງກະໃຫ້ຈົນສຸດທຸກອັນທຸກຢ່າງທັງຄວາມຮູ້ສຶກທັງຮັກທັງຫວງທັງເປັນຫ່ວງເປັນໃຍຄອຍເບິ່ງແຍງເວລາໄປລິ່ນໃສກະນຳໄປຜູ້ຊາຍ(ຂ້ອຍ)ກະບໍ່ເຄີຍສົນໃຈບໍ່ເຄີຍຄິດເຖິງຄວາມຮູ້ສຶກຂອງເຂົາເລີຍ
ເລີກກັນໄປທັງທີ່ຍັງມັກກັນຍ້ອນຄວາມທີ່ຮູ້ສຶກວ່າລຳຄານກ້າວກ່າຍກັນເກີນໄປຂ້ອຍຄິດວ່າເລື້ອງຄວາມຮັກເປັນເລື້ອງທີ່ໄລ້ສາລະລົມກັນໄປກະບໍ່ແມ່ນສິໄດ້ເອົາດຽວອະຫລີຄິດແຄ່ວ່າມີກະໄດ້ບໍ່ມີກະໄດ້ຜິດກັນມາເທື່ອໃດຕ້ອງໄດ້ໄລ່ໃຫ້ດຽວໄປຕາຍ
ບໍ່ເຄີຍເຫັນຄ່າຂອງມັນເລີຍວ່າຜູ້ຍິງຄົນ1ສິຮັກສິແພງເປັນຫ່ວງເປັນໃຍເຮົາໃສ່ໃຈເຮົາໃນທຸກໆເລື້ອງລາວເຄີຍຖາມຂ້ອຍວ່າຕ້ອງເຮັດແນວໃດຈັງສິເຮັດໃຫ້ຂ້ອຍໃຫ້ນຳໄດ້ຂ້ອຍກະຕອບວ່າບໍ່ມີທາງດອກຈົນມື້ທີ່ລາວຈາກໄປຂ້ອຍຈົນບໍ່ຮູ້ສຶກຫຍັງເລີຍມັນເຈັບມັນຈຸກມັນເຫລືອໃຈກັບສິ່ງທີ່ໂຕເອງເຮັດລົງໄປຕອນມີຢູ່ບໍ່ເຄີຍສົນໃຈຄວາມຮູ້ສຶກຈຶ່ງເຂົ້າໃຈຄວາມຮູ້ສຶກຂອງຄົນທີ່ສູນເສຍຄົນທີ່ຮັກໄປມັນເປັນແນວໃດເລື້ອງລາວພວກນີ້ສິເກັບເປັນບົດຮຽນໄປຈົນຕາຍ.
ຝາກເຖິງຄົນທີ່ຄົບກັນຢູ່ຍາມມີຮັກສາກັນໄວ້ດີໆຜິດຖືກກະຮູ້ຈັກຍອມຄົນ1ຮ້ອນອີກຄົນຕ້ອງເຢັນບໍ່ຈຳເປັນຕ້ອງເອົາຊະນະໄປຈົນທຸກເລື້ອງເພາະຍາມບໍ່ມີມາຫາໃຜມາແທນມັນກະຍາກຄວາມຮູ້ສຶກກວ່າສິໄດ້ຮູ້ຈັກຈົນຜູກພັນກັນມັນຕ້ອງໃຊ້ເວລາດົນສ່ຳໃດຈຶ່ງຮູ້ຈັກນິໃສໃຈຄໍກັນໄປເບິດທຸກອັນພໍແລ້ວພິມໄປເຊັດນ້ຳຕາໄປນຳ
#ຂໍສະແດງຄວາມເສຍໃຈນຳເດີ້ ຜູ້ກ່ຽວເສຍຊີວິດຍ້ອນອຸປະຕິເຫດ