ຊ່ວຍແຊຣ໌ຫາຜູ້ໃຈບຸນ ໜ້າສົງສານເດັກນ້ອຍເກີດໃໝ່ບໍ່ມີເຄື່ອງນຸ່ງ ແມ່ກະເປັນຄົນບໍ່ເຕັມ ສ່ວນພໍ່ບໍ່ຮູ້ວ່າແມ່ນໃຜ

ຊ່ວຍແຊຣ໌ຫາຜູ້ໃຈບຸນ ໜ້າສົງສານເດັກນ້ອຍເກີດໃໝ່ບໍ່ມີເຄື່ອງນຸ່ງ ແມ່ກະເປັນຄົນບໍ່ເຕັມ ສ່ວນພໍ່ບໍ່ຮູ້ວ່າແມ່ນໃຜ

ຜູ້ໃຊ້ເຟສບຸກຊື່ Pa Pa ໄດ້ໂພສວ່າ: ເກີດແລ້ວວັນທີ 21 ພະຈິກ 2020 ບ້ານນາອ້ອຍໜູ,ເມືອງປາກຊັນ,ແຂວງບໍລິຄຳໄຊ ຂໍຄວາມຊ່ວຍເຫຼືອແດ່ເພື່ອນເຟສບຸກທຸກຄົນໃຜມີເຄື່ອງນຸ່ງເດັກນ້ອຍ ກະມາຊ່ວຍເຫຼືອແດ່ເດີ້ເດັກບໍ່ມີພໍ່ ,ແມ່ເປັນຄົນສະຕິບໍ່ສົມປະກອບ (ບໍ່ເຕັມລ້ອຍ)

ອາໄສຢູ່ນຳໄທບ້ານ ,ທຸກຍາກ ,ແຖມແມ່ເດັກເປັນຄົນປາກກືກ ພໍ່ກະບໍ່ຮູ້ວ່າແມ່ນໃຜຊ່າງມາເຮັດໃຫ້ລາວ ໃຜໃຈບຸນກະມາຊ່ວຍໄດ້ເດີ້ຕອນນີ້ ແອນ້ອຍເກີດມາບໍ່ມີເຄື່ອງໃສ່ ນົມແມ່ກະບໍ່ຍອມໃຫ້ກິນ ,ນົມກິນກະບໍ່ມີ ຖືວ່າມາເຮັດບຸນນຳກັນມາຊ່ວຍແດ່ເດີ້

ຜູ້ເຮັດໃຫ້ລາວກະຊ່າງກ້າເຮັດໃຫ້ແມ້ກະທັງຄົນບ້າ ຕາດູຕົນເດ່ ໃຜກະຊ່າງເຮັດບາບລາວແທ້

ສຳລັບທ່ານໃດທີ່ຈະບໍລິຈາກ ສາມາດຕິດຕໍ່ຫາຂ້ອຍທີ່ເບີ 020 94079716 ສ່ວນໃຜທີ່ຈະຊ່ວຍເປັນເງິນທາງເຮົາບໍ່ມີເລກບັນຊີ ແຊຣ໌ຊ່ວຍກັນແດ່ເດີ້

ຂ່າວທົ່ວໄປ