ເມື່ອບໍ່ດົນມານີ້ໄດ້ມີຄລິບໜຶ່ງເທິງ tiktok ເມື່ອມີເຈົ້າສາວໂພສຄລິບພ້ອມແຄັບຊັ່ນຕາຫຼົກວ່າ“ເມື່ອສາມີຂ້ອຍພັງງານແຕ່ງດອງ
ບອກເລີຍວ່າຄລິບນີ້ມັນພັງຂອງແທ້ ເພາະໃນຄລິບເຜີຍໃຫ້ເຫັນບັນຍາກາດປາຕີ້ໃນການແຕ່ງທີ່ອາດຈະສະໜຸກສະໜານມ່ວນຊື່ນ ໂດຍເຈົ້າບ່າວໄດ້ເຊີໄພຣສ໌ເຈົ້າສາວດ້ວຍການເຕັ້ນຍົ່ວຍວນເທິງຕັກຂອງຝ່າຍເຈົ້າສາວ
ໂອ…ໃຜເຫັນກໍ່ເບິ່ງວ່າເຊັກຊີ່ແຕ່ຄວາມເຊັກຊີນັ້ນຈົບລົງທັນທີເມື່ອເຈົ້າບ່າວກຽມຫັນຫຼັງມາເພື່ອກຽມຈະຈູບວ່າທີ່ພັນລະຍາແຕ່ກະຈັງຫວະຜິດໄປເລີຍກາຍເປັນຟາດຕີນໃສ່ໜ້າເຈົ້າສາວຈົນເກືອບຫງາຍ. ເຊິ່ງເຈົ້າບ່າວເອງພໍເຫັນແບບນັ້ນກໍ່ຮີບເຂົ້າມາໂຈມເອົາເຈົ້າສາວແລະຈູບນາງເພື່ອເປັນການຂໍໂທດ ຈຶ່ງເຮັດໃຫ້ນາງກັບມາຍິ້ມໄດ້.
ທາງເຈົ້າສາວໄດ້ເຜີຍໃນຄລິບອີກວ່ານາງຮູ້ສຶກຫົວສັ່ນສະເທືອນເລັກນ້ອຍ ກ່ອນຈະເຂົ້າໄປລັກໄຫ້ໃນຫ້ອງນ້ຳໜ້ອຍໜຶ່ງ ໂດຍມີເຈົ້າບ່າວເປັນຄົນປອບໃຈ. ຢ່າງໃດກໍ່ຕາມສຸດທ້າຍເລື່ອງກໍ່ຜ່ານໄປດ້ວຍດີ.
ຖ້າເປັນທ່ານຈະເຮັດແນວໃດ? ສຳລັບແອັດມິນແມ່ນເຕັ້ນຍົ່ວຍວນຄືນໂລດ(ທຳທ່າພາດຄືກັນແຕ່ພາດໜັກໆໂລດ)