“ເກືອບຕາຍ ຍ້ອນກິນຢາ ບໍ່ໄດ້ປຶກສາໝໍ” ເຕືອນເປັນອຸທາຫອນ ສອນສັງຄົມ, ກັບເລື່ອງທີ່ເກີດຂຶ້ນກັບສາວຄົນນີ້.
ເບື້ອງຕົ້ນ ເພິ່ນມີອາການເຈັບແຂ້ວ ແລ້ວໄດ້ໄປຊື້ຢາມາກິນ (ຢາໄອບູໂພຼເຟນ) ມື້ທຳອິດກິນໄປ 2 ເມັດ, ມື້ທີສອງ ກິນອີກ 2 ເມັດ (ເຊົ້າ1, ທ່ຽງ1).
ຫຼັງຈາກນັ້ນກໍ່ເລີ່ມມີອາການເຈັບປວດຕາ, ເຈັບປາກ ແລະ ແສບຄໍ ກິນຫຍັງກໍ່ບໍ່ໄດ້… ກໍ່ອົດທົນມາຈົນຮອດມື້ທີ 3 ຮູ້ສຶກສິບໍ່ໄຫວແລ້ວ, ຈຶ່ງໄດ້ບອກແຟນພາໄປໂຮງໝໍແຕ່ເຊົ້າ.
ໄປຮອດໂຮງໝໍແລ້ວ ແພດໝໍກໍ່ຟ້າວສົ່ງໂຕເຂົ້າຫ້ອງສຸກເສີນທັນທີ, ນາງສາວເພິ່ນໄດ້ຮັກສາໂຕໃນຫ້ອງສຸກເສີນເປັນເວລາ 7 ວັນ, ແລະ ອອກແຕ່ຫ້ອງສຸກເສີນ
ຫຼັງຈາກນັ້ນກໍ່ໄດ້ມາຮັກສາໂຕພັກພື້ນອີກ7 ວັນ ຈຶ່ງໄດ້ອອກຈາກໂຮງໝໍ, ຈຶ່ງກະຫ່າວວ່າລອດຕາຍ…!
ຂ່າວນີ້ບໍ່ໄດ້ມີເຈຕະນາດຶງຍອດໄລ໌ຍອດແຊຣ ແຕ່ຢ່າງໃດພຽງຢາກເອົາມາເຕືອນເປັນອຸທາຫອນ ສຳລັບຄົນທີ່ກິນຢາບໍ່ປຶກສາແພດໝໍເທົ່ານັ້ນ
(ຂໍອະໄພເລື່ອງລາວ ບໍ່ລະບຸວັນເວລາ, ສະຖານທີ່ ແລະ ຊື່ໂຕລະຄອນ, ເນື່ອງຈາກເລື່ອງດັ່ງກ່າວ ແມ່ນໄດ້ມາຈາກຂ່າວປະເທດເພື່ອນບ້ານ)