ເວົ້າເລື່ອງຄວາມເຊື່ອຕ່າງຄົນຕ່າງເຊື່ອໄປຄົນລະຢ່າງຂຶ້ນຢູ່ກັບວ່າເຮັດຫຍັງໄປແລ້ວມີຄວາມສຸກໃນໃຈ ບາງກໍ່ຖວາຍເຄື່ອງສັງຄະທານ, ບາງກໍ່ນັ່ງສະມາທິ, ບາງຄົນກໍ່ປ່ອຍສັດນ້ຳສັດປ່າ ແຕ່ສຳລັບສາວຄົນນີ້ຍອມຈົກ 2 ລ້ານກວ່າບາດປະມານ 600 ປາຍລ້ານກີບຊື້ງົວທີ່ກຳລັງຈະຖືກຂ້າໃຫ້ກັບມາມີຊີວິດອີກຄັ້ງໜື່ງ.
ການເຮັດບຸນຄັ້ງນີ້ແນ່ນອນເປັນມະຫາກຸສົນເລີຍແລ ບໍ່ວ່າແຕ່ສັດຫຼືຄົນຕ່າງກໍ່ຢາກມີຊີວິດຢູ່ຕໍ່ໄປບໍ່ມີໃຜຢາກຈາກໄປກ່ອນໄວອັນຄວນ ເຊັ່ນດຽວກັບງົວເຫຼົ່ານັ້ນ ບູຮານຍັງເຄີຍວ່າການຊ່ວຍຊີວິດສັດ ຖ້າເປັນໂຕແມ່ຈະມາອອກລູກຕອບບຸນແທນຄຸນຈົນວິນາທີສຸດທ້າຍ ຖ້າເປັນເຖີກກໍ່ອອກແຮງລາກແກ່ຕອບແທນຜູ້ຊ່ວຍຢ່າງສຸດຄວາມສາມາດ.
ເຊິ່ງການໄຖ່ຊີວິດງົວຄັ້ງນີ້ຂອງສາວຜູ້ໃຈບຸນແມ່ນມີເຖິງ 106 ໂຕລວມເປັນເງິນ 2,3 ລ້ານບາດ ຖືເປັນການປິດໂຮງເຊືອດເລີຍແລ .
ການໄຖ່ຊີວິດງົວເປັນຈຳນວນຫຼາຍນັບ 100 ໂຕແບບນີ້ຖືວ່າມີໜ້ອຍສຸດ ບໍ່ອີຫຼີກໍ່ເກີດຂຶ້ນຍາກ ເນື່ອງຈາກຕ້ອງໃຊ້ເງິນຈຳນວນຫຼາຍ ແຕ່ສາວກໍ່ໃຈເອົາຍອມຈົກເງິນຈຳນວນມະຫາສານມາຊ່ວຍຊີວິກງົວ 106 ໂຕທີ່ກຳລັງຈະເຂົ້າໂຮງເຫຼົ່ານັ້ນ.