ຈາກກໍລະນີທີ່ມີຂ່າວລືກັນເມື່ອບໍ່ດົນມານີ້ ວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນເພດຊາຍ ໂດຍໄດ້ຖືກກັກບໍລິເວນ 14 ວັນ ຢູ່ໂຮງແຮມ ໄດ້ມີສາວບໍລິການທາງນອກເຂົ້າໄປໃຫ້ບໍລິການຜູ້ຕິດເຊື້ອໂຄວິດ-19 ຢູ່ໃນໂຮງແຮມ ແລະ ຍິງສາວໄດ້ນໍາເອົາເຊື້ອໄປແຜ່ສູ່ສັງຄົມ, ນອກນັ້ນຍັງມີຂ່າວລືທີ່ວ່າມີຜູ້ເດີນທາງເຂົ້າມາລາວຈໍານວນໜຶ່ງໂດຍຖືກກັກບໍລິເວນຢູ່ໂຮງແຮມ ຫຼື ຢູ່ສູນກັກກັນໄດ້ພາກັນລັກໂຕນໜີອອກຈາກສູນກັກກັນກ່ອນກໍານົດນັ້ນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ອອກມາຢືນຢັນວ່າບໍ່ມີມູນຄວາມຈິງ ເປັນຂ່າວປອມທີ່ພວກບໍ່ຫວັງດີປ່ອຍຂ່າວເພື່ອຫວັງສ້າງຄວາມບໍ່ສະຫງົບໃນສັງຄົມລາວເທົ່ານັ້ນ
ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ. ພູທອນ ເມືອງປາກ ໄດ້ອອກມາຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບເລື່ອງຂ່າວລືດັ່ງກ່າວເມື່ອບໍ່ດົນມານີ້ວ່າ ເປັນຂ່າວປອມ ເພາະຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ມີມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍມີການແບ່ງໜ້າທີ່ກັນຮັບຜິດຊອບແຕ່ລະຂັ້ນຂອດຢ່າງລະອຽດ ແລະ ເຂັ້ມງວດ ໃນການເອົາໃຈໃສ່ຕິດຕາມ ຄຸ້ມຄອງ ການປະຕິບັດມາດຕະການຢູ່ສູນຈໍາກັດບໍລິເວນຂອງລັດ ຢູ່ໂຮງແຮມ ໂດຍບໍ່ໃຫ້ຄົນພາຍນອກມາພົບ ທັງຈໍາກັດບໍລິເວນໃຫ້ຄົບ 14 ວັນ ນອກນັ້ນຄົນເຈັບທີ່ຕິດເຊື້ອພະຍາດດັ່ງກ່າວໄດ້ມີການຮັກສາ ປິ່ນປົວ ມີການຕິດຕາມຢ່າງໃກ້ຊິດຈາກແພດໝໍ ແລະ ມີມາດຕະກັນປ້ອງກັນຢ່າງເຂັ້ມງວດ ໃນນາມກະຊວງສາທາລະນະສຸກ ຫຼື ໃນນາມຂອງ ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂໍຢືນຢັນອີກເທື່ອໜຶ່ງວ່າເລື່ອງຂ່າວລືດັ່ງກ່າວເປັນຂ່າວປອມ ບໍ່ມີມູນຄວາມຈິງ.
“ຂ່າວລືນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ ຄົນເຈັບທີ່ຕິດເຊື້ອສະສົມມີແຕ່ 39ຄົນ ແລະພວມປິ່ນປົວຢູ່ໂຮງໝໍມີ 15ຄົນເທົ່ານັ້ນ ສະນັ້ນຂໍໃຫ້ປະຊາຊົນຈົ່ງເຊື່ອໝັ້ນໃນມາດຕະການກວດກາຄົນເຂົ້າເມືອງ ມາດຕະການໃນການຈໍາກັດບໍລິເວນ ສິ່ງສໍາຄັນ ຄະນະສະເພາະກິດຂັ້ນສູນກາງ ລວມມີ 4 ຂະແໜງການ ເປັນຕົ້ນຂະແໜງການຂອງກະຊວງການຕ່າງປະເທດ ກະຊວງໂຍທາທິການ ແລະຂົນສົ່ງ ກະຊວງປ້ອງກັນຄວາມສະຫງົບ ແລະກະຊວງສາທາລະນະສຸກ ຕ້ອງໄດ້ຄົ້ນຄວ້າລະອຽດ ຮັດກຸມໃນການກວດກາຢ່າງເຄັ່ງຄັດ ເພື່ອໂຈະການອອກວິຊາສໍາລັບຜູ້ເດີນທາງມາຈາກປະເທດທີ່ຍັງມີການລະບາດ ຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນ ແລະໂຈະການອະນຸມັດຖ້ຽວບິນເຊົ່າເໝົາລໍາ ຈາກປະເທດທີ່ຍັງມີການລະບາດຂອງພະຍາດຢູ່ໃນຊຸມຊົນ ຍົກເວັ້ນຖ້ຽວບິນມະນຸດສະທໍາ ໃນນີ້ຕ້ອງໄດ້ກວດກາຢ່າງເຄັ່ງຄັດຕໍ່ຜູ້ໂດຍສານ ເພື່ອບໍ່ໃຫ້ຜູ້ໂດຍສານຈາກປະເທດທີ່ຍັງມີການລະບາດຂອງພະຍາດໂຄວິດ19 ມານໍາຖ້ຽວບິນມະນຸດສະທໍານັ້ນ.”
ປະຈຸບັນສັງເຫດເຫັນວ່າຫລາຍພາກສ່ວນໃນສັງຄົມ ຍັງລະເຫລີງຕໍ່ມາດຕະການ ປ້ອງກັນການລະບາດຂອງພະຍາດນີ້ ສະນັ້ນຄະນະສະເພາະກິດຈຶ່ງສະເໜີໃຫ້ກະຊວງປ້ອງກັນປະເທດເອົາໃສ່ ຕິດຕາມ ກວດກາການລັກລອບເຂົ້າເມືອງແບບຊະຊາຍ ໂດຍບໍ່ຜ່ານດ່ານຊາຍແດນ ເພື່ອບໍ່ໃຫ້ມີຄວາມສ່ຽງໃນການນໍາເອົາພະຍາດເຂົ້າມາແຜ່ຜາຍຢູ່ປະເທດເຮົາ ພ້ອມກັນນັ້ນອໍານາດການປົກຄອງທຸກຂັ້ນ ຊຸມຊົນ ຄອບຄົວ ຕ້ອງເອົາໃຈໃສ່ຮ່ວມກັນໃນການຈັດງານບຸນປະເພນີ ການສະເຫລີມສະຫລອງວັນສໍາຄັນຕ່າງໆ ກິດຈະກໍາແຂ່ງຂັນກິລາ ຕ້ອງໄດ້ກໍານົດເປົ້າໝາຍເຂົ້າຮ່ວມໃນລະດັບທີ່ມີຄວາມເໝາະສົມ ບໍ່ໃຫ້ແອອັດເກີນໄປ ພ້ອມທັງປະຕິບັດມາດຕະການກວດ ເຊັກຮ່າງກາຍກ່ອນຈະເຂົ້າໄປໃນງານນັ້ນ ເພື່ອພ້ອມກັນຜ່ານວິກິດນີ້ໃຫ້ໄດ້ ປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ19 ຢູ່ໃນຊຸມຊົນຂອງບ້ານເຮົາ.