ຫຼາຍຄົນອາດຜິດຫວັງຄິດວ່າ: ໃນວັນທີ 1 ແລະ 2 ທັນວາ ຈະໄດ້ນໍາໃຊ້ທາງດ່ວນ
ຫຼັງຈາກທີ່ມີຂ່າວອອກມາທາງສື່ສັງຄົມອອນລາຍວ່າ ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງຈະເປີດໃຫ້ນຳໃຊ້ໃນມື້ນີ້
ຍິ່ງໄປກວ່ານັ້ນກໍຄື ມີຂ່າວສົ່ງຕໍ່ອອກມາເຊັ່ນກັນວ່າ ຈະໃຫ້ນຳໃຊ້ຟຣີໃນສອງມື້ນີ້.
ແລະ ລ່າສຸດທາງ ໜັງສືພິມລາວພັດທະນາກໍໄດ້ແຈ້ງການດ່ວນ: ຄະນະຮັບຜິດຊອບໂຄງການທາງດ່ວນໃຫ້ຮູ້ວ່າ ຈະບໍ່ທັນເປີດໃຫ້ປະຊາຊົນນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວຽງວຽງ ໃນວັນຊາດທີ 2ທັນວານີ້
ຍ້ອນພົບວ່າຍັງມີບາງຢ່າງບໍ່ທັນພ້ອມຕາມແຜນ ແລະ ແທດເໝາະກັບສະພາບເທື່ອ.
ອົດໃຈລໍພີ່ນ້ອງ…! ລໍຖ້າຟັງຂ່າວເປີດທາງດ່ວນ ວຽງຈັນ-ວັງວຽງ ຢາງເປັນທາງການກ່ອນ ກົດຕິດຕາມໄວ້…!