​ຄູ່​ຮັກ​ເກັບ​ທ້ອນເງິນ​ນຳ​ກັນ 3ເດືອນ​ໄດ້ 10ລ້ານ​ກີບ ແບບ​ນີ້​ເຂົາເອີ້ນວ່າຄູ່​ທີ່​ພາ​ສ້າງພາ​ສາ

​ຄູ່​ຮັກ​ເກັບ​ທ້ອນເງິນ​ນຳ​ກັນ 3ເດືອນ​ໄດ້ 10ລ້ານ​ກີບ ແບບ​ນີ້​ເຂົາເອີ້ນວ່າຄູ່​ທີ່​ພາ​ສ້າງພາ​ສາ

ຈາກ​ຜູ້​ໃຊ້​ເຟສ​ບຸກ Bob Autthajuk ໂພ​ສວ່າ: 𝐀 𝐧 𝐧 𝐢 𝐯 𝐞 𝐫 𝐬 𝐚 𝐫 𝐲 ຮັກຄົນນີ້ຕະຫລອດໄປເດິ້ ຂອບໃຈທີ່ຢູ່ຂ້າງໆມາຕະຫລອດ ຂອບໃຈທີ່ຍັງໃຫ້ອະໄພໃນມື້ທີ່ເຮັດຜິດພາດ ຂອບໃຈທຸກໆໂອກາດທີ່ແຟນໃຫ້ເດີ້ ຢູ່ເປັນຄວາມສຸກໃຫ້ກັນ ຄ່ອຍສ້າງຄ່ອຍຫາໄປນຳກັນແບບນີ້ດົນໆເດີ້

10 ລ້ານປະຫານໃຈ ເງິນທີ່ທ້ອນນຳກັນມາ 3 ເດືອນ ກັບການ ງົດເຫລົ້າ ງົດເບຍ ແຕ່ບໍ່ງົດcfເຄືອງ ມັນຊີບໍ່ຫລາຍແຕ່ກະຕັ້ງໃຈທ້ອນ( ຂອງຂັວນວັນຄົບຮອບເລັກໆຫນ້ອຍ2 )

ເຫັນ​ແລ້ວ​ອົດ​ທົນ ຫຼື ລອງ​ທ້ອນ​ເບິ່ງ​ເດີ້​ວ່າ​ຊິ​ໄດ້​ທໍ່​ໃດ ແລ້ວ​ເອົາ​ມາ​ໂພ​ສບອກ​ແອດ​ແນ່ ທັງ​ນີ້​ກໍ​ຂຶ້ນ​ກັບ​ລາຍ​ໄດ້​ຂອງ​ແຕ່​ລະ​ຄົນ​ເດີ້ ຫຼາຍ​ນ້ອຍ

ແຕ່​ຖ້າ​ເກັບ​ທ້ອນ​ໄປ​ນຳ​ກັນ ອົດຫຼິ້ນ ອົດກິນ ອົດ​ທ່ຽວ​ໄດ້ ກໍ​ສາ​ມາດ​ມີ​ເງິນ​ເກັບ​ໄດ້​ເດີ້​ທຸກ​ຄົນ ດຽວ​ນີ້​ຄູ່​ຮັກ​ກັນ ເຂົາ​ຮິດ​ແບບ​ວ່າ​ທ້ອນ​ເງິນ ທ້ອນ​ຄຳ​ໃຫ້​ກັນ​ວັນ​ຂອງ​ຂວັນ​ຄົບ​ຮອບ​ເດີ້

ເລື່ອງເລົ່າປະທັບໃຈຈາກສາວແອສະກາຍເວ ອ້ອມກອດທີ່ເຕັມໄປດ້ວຍຄວາມອົບອູ່ນ

ຂ່າວທົ່ວໄປ