ຫລັງຈາກທີ່ກົມອຸຕຸຯ ອອກປະກາດ ເຕືອນ ພາຍຸໂຊນຮ້ອນ SINLAKU ຊຶ່ງເປັນພາຍຸລະດັບ 3 ທີ່ກຳລັງເຄື່ອນຕົວຢູ່ໃນອ່າວຕັງເກີ໋ຍແລະອິດທິພົນຂອງພາຍຸສົ່ງຜົນໃຫ້ເກີດຝົນຕົກຫນັກໃນຫລາຍພື້ນທີ່ຂອງໄທ ມີຄວາມໄວລົມສູງສຸດໃກ້ສູນກາງປະມານ 65 ກິໂລເມດຕໍ່ໍໍໍ ຊັ່ວໂມງ ກຳລັງເຄື່ອນຕົວທາງທິດຕະວັນຕົກດ້ວຍຄວາມໄວປະມານ 15 ກິໂລເມດຕໍ່ຊັ່ວໂມງ ຫລັງຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຣສຊັນ ເຮັດໃຫ້ຫລາຍພື້ນທີ່ໃນປະເທດໄທ ມີຝົນຕົກຫນັກຕິດຕໍ່ກັນ ຈົນເຮັດໃຫ້ເກີດນ້ຳທ້ວມຕາມມາ ໂດຍສະເພາະທີ່ຈັງຫວັດເລີຍ ນ້ຳປ່າໄຫລເຂົ້າລຳຫ້ວຍແລະພື້ນທີ່ຕ່ຳ ເຂົ້າຫມູ່ບ້ານໃນຫລາຍເຂດ ຊຶ່ງມີບ້ານເຮືອນປະຊາຊົນກວ່າ 1,000 ຫລັງຄາເຮືອນ ຖືກນ້ຳປ່າຫລາກເຂົ້າໄປໃນຫມູ່ບ້ານເຮັດໃຫ້ບ້ານເຮືອນປະຊາຊົນສ່ວນໃຫຍ່ເປັນບ້ານຊັ້ນດຽວຖືກນ້ຳທ່ວມກວ່າ 3 ເມດ ຄົນໃນບ້ານຕ້ອງຫນີຂຶ້ນໄປເທິງຫລັງຄາບ້ານ ຮ້ອງຂໍຄວາມຊ່ວຍເຫລືອ
ຈາກເຫດການດັ່ງກ່າວ ເຮັດໃຫ້ຫລາຍຄົນນຶກຫວນຄືນໄປເຖິງຄຳທຳນາຍ ຂອງຫມໍດູຊື່ດັງຢ່າງຫມໍດູມະຕີຕີ້ ຊຶ່ງເປັນນ້ອງສາວຂອງຫມໍດູ ET ທີ່ເຄີຍທຳນາຍເຖິງປະເທດໄທເອົາໄວ້ຕັ້ງແຕ່ເມື່ອຊ່ວງເດືອນ ມີນາວ່າ ອີກ 2 ເດືອນຂ້າງຫນ້າ ປັນຫາ Covid ໃນປະເທດໄທຈະເຂົ້າສູ່ພາວະປົກກະຕິ ແຕ່ຫລັງຈາກນັ້ນ ເລື່ອງທີ່ໜ້າກັງວົນຄື ເລື່ອງໄພພິບັດຂອງທຳມະຊາດ ທີ່ປີນີ້ປະເທດໄທອາດຈະຕ້ອງຜະເຊີນກັນຫນັກ ຂໍເປັນກຳລັງໃຈໃຫ້ຊາວໄທທຸກຄົນ