ຂໍສະແດງຄວາມເສຍໃຈນຳ…!!!ເກີດເຫດບໍ່ຄາດຄິດ ໄຟໄໝ້ເຮືອນ 2 ຊັ້ນ (ເສຍຫາຍໜັກໜ່ວງ ໄໝ້ກ້ຽງໝົດທັງຫຼັງ)

ຂໍສະແດງຄວາມເສຍໃຈນຳ…!!!ເກີດເຫດບໍ່ຄາດຄິດ ໄຟໄໝ້ເຮືອນ 2 ຊັ້ນ (ເສຍຫາຍໜັກໜ່ວງ ໄໝ້ກ້ຽງໝົດທັງຫຼັງ)

ວັນທີ 19/11/2020 ເວລາ 11:20 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄຫມ້ເຮືອນຈຸດເກີດເຫດ ບ້ານ ໂນນບໍ່ແກ້ວ(ເຂດທ່າງ່ອນ)ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກໄຫມ້ເຮືອນສອງຊັ້ນຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ຫນ່ວຍສະກັດກັ້ນອັກຄີໄພເມືອງໄຊທານີ ໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍແມ່ນໄຫມ້ເຮືອນຫມົດຫລັງ ສາເຫດອັກຄີໄພໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດ ມອບໃຫ້ທາງເຈົ້າຫນ້າທີ່ສອບສວນແລະສືບສວນຕໍ່ໄປ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:
ຊື່ບັນຊີ:FOUNDATION FOR ASSISTING POOR PEOPLE OF LAO PDR.
ເລກບັນຊີ:LAK092120001026649001.

ຂ່າວທົ່ວໄປ