ດ່ວນ ລາວພົບຜູ້ຕິດເຊື້ອໃໝ່ 14 ຄົນ ເຊິ່ງເດີນທາງມາຈາກຕ່າງປະເທດ

ດ່ວນ ລາວພົບຜູ້ຕິດເຊື້ອໃໝ່ 14 ຄົນ ເຊິ່ງເດີນທາງມາຈາກຕ່າງປະເທດ

ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນັວນທີ 23 ພະຈິກ 2020 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ເພີ່ມອີກ 14 ກໍລະນີ.ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວ

ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 14 ກໍລະນີ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ແລະ ໃນຈຳນວນ 14 ຄົນນີ້ມີເດັກອາຍຸຕໍ່າສຸດ 1 ຄົນ ອາຍຸ 12 ປີ

ເຊິ່ງເປັນບຸກຄົນທຳອິດທີ່ມີເກນອາຍຸຕໍ່າສຳລັບຜູ້ຕິດເຊື້ອໂຄວິດທີ່ກວດພົບຢູ່ ສປປ ລາວ.ແນວໃດກໍ່ຕາມ ສ່ວນຂໍ້ມູນລາຍລະອຽດເພີ່ມເຕີມ ທີມຂ່າວພວກເຮົາຈະລາຍງານໃຫ້ຊາບພາຍຫຼັງຕື່ມອີກ

ດ່ວນ ລາວພົບຜູ້ຕິດເຊື້ອໃໝ່ 14 ຄົນ ເຊິ່ງເດີນທາງມາຈາກຕ່າງປະເທດ

ຂ່າວທົ່ວໄປ