ຊ່າງເຮັດໂລງສົບນັ່ງຢູ່ດີໆກາຍເປັນເສດຖີພາຍໃນພິບຕາ ພາຍຫຼັງທີ່ກ້ອນອຸກະບາດຕົກລົງມາແຕ່ຟ້າທະລຸໃສ່ຫຼັງຄ່ເຮືອນຂອງລາວ ເຊິ່ງມີມູນຄ່າເກືອບ 2 ລ້ານກວ່າໂດລາສະຫະລັດ ໂອໂຫແບບນີ້ແລທີ່ບູຮານວ່າ ບຸນວາດສະໜາດີເງິນຄຳຕົກມາແຕ່ເທິງຟ້າ.
ຊ່າງເຮັດໂລງສົບອິນໂດເນເຊຍ ທີ່ມີຊື່ວ່າ ໂຈຊົວ ຮູຕາກາລຸງໄວ 33 ປີ ກຳລັງເຮັດໂລງສົບຢູ່ດີໆກໍ່ມີກ້ອນອຸກະບາດຕົກລົງມາແຕ່ຟ້າທະລຸໃສ່ຫຼັງຄາຈົນຂາດຕົກລົງໃສ່ພື້ນດິນເລີກລົງໄປອີກ 15 ຊັງຕີແມັດ ຕົນຈິ່ງຮີບມາເບິ່ງ ແລະຂຸດຂຶ້ນມາເບິ່ງປະກົດວ່າເປັນກ້ອນອຸກະບາດ ຍັງອຸ່ນໆຢູ່ ບາງສ່ວນແຕກຫັກແລ້ວ.
ກ້ອນອກະບາດທີ່ວ່ານີ້ແມ່ນມີຂະໜາດເທົ່າກັບໝາກບານ ມີນ້ຳໜັກ 2.1 ກິໂລ ເນື້ອເປັນສີເທົາເຂັ້ມ ແລະເຕັມໄປດ້ວຍຈຸດສີອ່ອນຂະໜາດນ້ອຍ ແຕ່ໜ້າຕົກໃຈຄື ຄອນໄຄ ຄາໂບໄຮເນດ (CM1/2 carbonaceous Chondrite) ເປັນຊະນິດທີ່ຫາຍາກທີ່ສຸດ ເຊິ່ງມີອາຍຸເກົ່າແກ່ເຖິງ 4,5 ລ້ານປີເລີຍທີດຽວ.
ຂອງດີແບບນີ້ແມ່ນມີລາຄາສູງເຖິງກຣາມລະ 857 ໂດລາ ດັ່ງນັ້ນ, ນ້ຳໜັກ 2,1 ກິໂລຈິ່ງຕົກເປັນເງິນປະມານ 1,85 ລ້ານໂດລາສະຫະລັດ ທຽບເທົ່າກັບເງິນທີ່ຫາມາດ້ວຍຄວາມລຳບາກຂອງໂຈຊົວຜູ້ໂຊກດີຄົນນັ້ນເຖິງ 30 ປີພຸ້ນລະ.
ທ້າວໂຈຊົວຊາຍຜູ້ໂຊດີຄົນນີ້ບອກວ່າ ເງິນທີ່ໄດ້ຈາກການຂາຍກ້ອນອຸກະບາດນີ້ແມ່ນຈະໃຊ້ສ່ວນໜຶ່ງໄປສ້າງໂບດໃຫ້ຊຸມຊົນ ແລະສ່ວນຕົວກໍ່ມີລູກຊາຍພຽງ 3 ຄົນ ຈິ່ງຄິດວ່າຢາກມີລູກສາວໃຫ້ໄດ້ 1 ຄົນ ຈິ່ງເຊື່ອວ່ານີ້ຈະເປັນສັນຍານບອກວ່າຕົນໂຊກດີພຽງພໍທີ່ຈະມີລູກສາວລູກຄົນຕໍ່ໄປຕ້ອເປັນຜູ້ຍິງ.
ຂ່າວນີ້ຖຶກກະຈາຍໄປຢ່າງວ່ອງໄວ ເຮັດໃຫ້ ຈາເຣັດ ຄອນລິນ ຜູ້ຊ່ຽວຊານດ້ານອຸກະບາດຈາກສະຫະລັດອາເມລິກາທີ່ມີເຮືອນຢູ່ເກາະບາຫຼີ ຂອງອິນໂດເນເຊຍຕ້ອງເດືນທາງມາຫາໂຈຊົວທັນທີ ເພື່ອຂໍຄອບຄອງຄອນໄດ(ກ້ອນອຸກະບາດ) ກ້ອນນັ້ນໃຫ້ໄດ້.