ເຈົ້າຫນ້າທີ່ ຕຳຫລວດ ປກສ ເມືອງຫາດຊາຍຟອງ ສະແດງຜົນງານລໍ້ຊື້ຢາບ້າ ສາມາດຈັບຜູ້ຖືກຫາ ໄດ້ 1 ຄົນ ເຊີ່ງເປັນຕຳຫລວດ ຊັ້ນພັນໂທ

ເຈົ້າຫນ້າທີ່ ຕຳຫລວດ ປກສ ເມືອງຫາດຊາຍຟອງ ສະແດງຜົນງານລໍ້ຊື້ຢາບ້າ ສາມາດຈັບຜູ້ຖືກຫາ ໄດ້ 1 ຄົນ ເຊີ່ງເປັນຕຳຫລວດ ຊັ້ນພັນໂທ

ຕາມການໃຫ້ຂໍ້ມູນຂອງປກສ ເມືອງ ຫາດຊາຍຟອງ ໄດ້ມີການຕິດຕາມພຶດຕິກຳຂອງຜູ້ຖືກຫາລາຍນີ້ ເຊີ່ງຜູ້ກ່ຽວຊື່ວ່າ ວັນນະເລດ ອາຍຸ 49 ປີ ເປັນເຈົ້າຫນ້າທີ່ຕຳຫລວດ ຊັ້ນພັນໂທ ພົວພັນກັບຢາເສບຕິດ ເຈົ້າຫນ້າທີ່ໄດ້ຂໍ້ມູນຈາກແຫ່ລງຂ່າວຫລັງຈາກນັ້ນຈຶ່ງໄດ້ຈັດກຳລັງເຂົ້າຈັບກຸມຕົວ ຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ

ນະຄອນຫລວງວຽງຈັນ ໃນຄັ້ງວັນທີ 31 ສິງຫາ 2020 ເວລາ 15:00.
ພ້ອມກັບຂອງກາງຢາບ້າ ຈຳນວນ 589 ເມັດ, ເງີນສົດ 550.000 ກີບ ໂທລະສັບ 3 ຫນ່ວຍ ລົດຈັກ ສະກຸບປີ້ສີແດງ 1 ຄັນ ປື້ມບັນຊີທະນາຄານ 1 ຫົວ

ປະຈຸບັນເຈົ້າຫນ້າທີ່ກຳລັງທຳການສືບສວນ ຫາພັກພວກທີ່ຮ່ວມຂະບວນການນຳກັນເພື່ອເອົາມາລົງໂທດຕາມກົດຫມາຍບ້ານເມືອງ

ຂ່າວທົ່ວໄປ