ອັບເດດອາການລ່າສຸດຂອງເດັກແຝດ(ນ້ອງນໍ້າຝົນ)ທີ່ຖືກຄົນໃຈຊົ່ວທຳຮ້າຍ ອາການດິຂື້ນ

ອັບເດດອາການລ່າສຸດຂອງເດັກແຝດ(ນ້ອງນໍ້າຝົນ)ທີ່ຖືກຄົນໃຈຊົ່ວທຳຮ້າຍ ອາການດິຂື້ນ

ອັບເດດອາການລ່າສຸດຂອງເດັກແຝດ(ນ້ອງນໍ້າຝົນ)ທີ່ຖືກຄົນໃຈຊົ່ວທຳຮ້າຍ ອາການດິຂື້ນ

ຈາກຜູ້ໃຊ້ເຟສບຸກລາຍໜື່ງໄດ້ໂພສຮູບພ້ອມຂໍ້ຄວາມ :

16/11/2020 ຕິດຕາມອັບເດດອາການລ່າສຸດຂອງນ້ອງ ນ້ຳຝົນ ຝາກເພື່ອນໆທຸກຄົນຊ່ວຍ ແຊຣ໌ ບອກຕໍ່ເພື່ອໃຫ້ທຸກຄົນທີ່ໃຫ້ການຊ່ວຍເຫລືອນ້ອງ ນ້ຳຝົນແຝດຜູ້ນ້ອງທີ່ຍັງບາດເຈັບກຳລັງຮັກສາໂຕຢູ່ໂຮງໝໍມິດຕະພາບ 150 ຕຽງ ນີ້ດ້ວຍ

ປະຈຸບັນໄດ້ຍ້າຍນ້ອງນ້ຳຝົນໄປພັກຟື້ນປິ່ນປົວຢູ່ທີ່ຕຶກຄົນເຈັບໂຮງຫມໍມິດຕະພາບ 150 ຕຽງ ຊັ້ນ 5 ໝາຍເລກຕຽງ 512 ອາການນ້ອງປະຈຸບັນແມ່ນຄ່ອຍພັດທະນາການດີຂຶ້ນສີໜ້າເລີ້ມມີສີສັນດີຂຶ້ນກ່ວາເກົ່າທີ່ເປັນຫ່ວງຄືສະໝອງຈາກການຖືກຜ່າຕັດກະໂຫລກຫົວເພື່ອເອົາເລືອດທີ່ຄ້າງໃນສະໝອງອອກ ແລະ ສະຕິການຕອບຮັບນ້ອງຍັງຊ້າກ່ວາເດັກປົກກະຕິທົ່ວໃປແລະໝໍໄດ້ແຈ້ງວ່າໄດ້ນຳເອົາເລືອດນ້ອງໄປກວດວິເຄາະວ່າຈະມີການຕິດເຊື້ອໃນກະແສເລືອດຫຼືບໍ່ເຊິ່ງຈະຮູ້ຜົນກວດເລືອດພາຍໃນວັນທີ 18/11/2020

ນີ້ປະຈຸບັນສະຫລຸບຕົວເລກຍອດເງິນໃນບັນຊີການຊ່ວຍເຫຼືອຈາກພາກສັງຄົມທັງຫມົດກວດຍອດສະຫລຸບຈາກສະເຕດເມ້ນໃນວັນທີ 10/11/2020 ມີຍອດເງິນລວມທັງໝົດມີ 159.065.048 ລ້ານກ່ວາກີບ

#ຂ່າວກ່ອນໜ້ານີ້

ວັນທີ່1/11/20 ເວລາປະມານ 3ໂມງແລງ ໄດ້ເກີດເຫດມີຄົນຮ້າຍລົງມືທຳຮ້າຍເດັກນ້ອຍຄູ່ແຝດສອງພີ່ນ້ອງ ຊື່ ນ້ອງນ້ຳຟ້າແລະນ້ອງ ນ້ຳຝົນ ອາຍຸໄດ້ 6ປີ ເຊີ່ງນ້ອງທັງສອງໄດ້ຖືກທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດທັງສອງແລະໄດ້ຖືກນຳນຳສົ່ງເຂົ້າຮັກສາໂຕຢູ່ໂຮງໝໍເມືອງແລະແຂວງໄຊຍະບູລີ ຈົນມາຮອດ ວັນທີ່2/11/20 ເວລາ 9 ໂມງ ຕອນຄ່ຳ ນ້ອງ ນ້ຳຟ້າ ແຝດຜູ້ເປັນເອື້ອຍກໍໄດ້ເສຍຊີວິດລົງ  ສ່ວນແຝດຜູ້ເປັນນ້ອງ ນ້ຳຝົນໄດ້ນຳສົ່ງໄປຮັກສາຕົວຢູ່ນະຄອນຫຼວງວຽງຈັນ ວອນສັງຄົມຊ່ວຍນ້ອງດ້ວຍ. ໂດຍທ່ານສາມາດ ໂອນເງິນຜ່ານບັນຊີ ທ/ຄ ຕ່າງປະເທດລາວ BCEL ເຊີ່ງເປັນບັນຊີຂອງຜູ້ເປັນພໍ່ນ້ອງແຝດເອງ

ຫມາຍເລກ: 120120001904195001

ນ້ອງ ນ້ຳຝົນ ອາຍຸໄດ້ 6 ປີ ; ພໍ່ຊື່ ທ້າວຈ່ອຍ ເພັງພະຈັນ ອາຍຸ 36ປີ ; ແມ່ຊື່ ແຕ່ງ ດວງມະລາ ອາຍຸ 30ປີ ຢູ່ບ້ານ ນາຍາວ ເມືອງ ແລະ ແຂວງໄຊຍະບູລີ ເບີໂທ 030 9492403 , 020 97280119

ຂ່າວທົ່ວໄປ