ເອື້ອຍໄດ້ເລົ່າປະສົບການບໍ່ຄາດຄິດຜ່ານທີມງານເຮົາວ່າ:
ແຕ່ງດອງວັນທີ່ 18.11.2018 ແຕ່ລະເທື່ອ 6ເດືອນ12ຜົວເອື້ອຍໄດ້ອອກເຮືອນໄປຊອກເຮັດວຽກຢູ່ທາງລົດໄຟແຖວໂພນໂຮງ.ຕອນນັ້ນທຳອິດຍັງຕິດຕໍ່ໄດ້ປົກກະຕິຢູ່ມາຮອດທ້າຍເດືອນ12 ໃກ້ຮອດປີໃຫມ່ແລ້ວປິດໂທລະສັບບ໋ອກແອັບບ໋ອກເຟສບ໋ອກເບີໂທບ໋ອກທຸກຢ່າງຕິດຕໍ່ບໍ່ໄດ້.
ຈົນມາຮອດເດືອນ 2 ໃກ້ 14ກຸມພາ ປີ 2019 ມີຫມູ່ເຫັນຮູບຄູ່ຂື້ນຫນ້າເຟສເຂົາຈຶ່ງສົ່ງມາໃຫ້ເບິ່ງຈຶ່ງຮູ້ວ່າທີບ໋ອກທຸກຢ່າງຍ້ອນເຂົາມີຄົນໃຫມ່.ຫລັງຈາກນັ້ນໄດ້ໂທຫາທາງພີ່ນ້ອງໃຫ້ບອກໃຫ້ປົດບ໋ອກແລ້ວເອື້ອຍກະໂທຕິດແຕ່ລົມກັນບໍ່ເຂົ້າໃຈຍ້ອນເຂົາມີໃຫມ່ແລ້ວ.
ຕອນນັ້ນຖືພາລູກໃນທ້ອງໄດ້ 2 ເດືອນປາຍ ຜົວເອື້ອຍໄປເຮັດວຽກຜ່ານໄປ 3 ເດືອນບໍ່ຝາກເງີນມາໃຫ້ຈັກກີບເລີຍ ແຕ່ກະອົດຄຶດວ່າຢູ່ໄກກັນເຂົາກະຕ້ອງນອກໃຈແດ່ຈັກຫນ່ອຍແຕ່ກະບໍ່ເປັນຄືທີຄິດ. ຫລັງຈາກນັ້ນໄດ້ເຫັນເຂົາກັບຜູ້ສາວໄປຫລີ້ນໄປທ່ຽວຖ່າຍຮູບຄູ່ກັນຕະຫລອດ.
ຈົນເອື້ອຍອົດບໍ່ໄດ້ຈຶ່ງໄດ້ນຳໄປຫາຢູ່ບ່ອນເຮັດວຽກກະໄດ້ຮູ້ຄວາມຈິງ ຕອນນັ້ນຖືພາລູກໃນທ້ອງໄດ້ 4 ເດືອນ ພໍໄປຮອດຜົວກະຮ້າຍກະດ່າຕີ ທັງໄລ່ຫນີຄືຫມູຄືຫມາ ເກືອບລຸລູກ ເອື້ອຍກະໄດ້ກັບຄືນມາບ້ານໂທຫາທາງພໍ່ແມ່ເຂົາກະພາກັນພ້ອມເອົາລູກເຂົາຊ້ຳ ເງິນເດືອນແຕ່ລະເດືອນທີ່ຜົວເອື້ອຍໄປຫາລະແມ່ນຝາກໃຫ້ເອື້ອຍ ແຕ່ແມ່ເຂົາເປັນຜູ້ເກັບມ້ຽນໃຫ້ໝົດ ເຂົາວ່າລູກເມຍນີ້ບໍ່ມີສິດຮູ້ກ່ຽວກັບເງີນຄຳທີ່ຜົວຕົນເອງຫາມາ.
ແຕ່ໂທຖາມທາງແມ່ແຕ່ເຂົາກໍ່ຕົວະວ່າບໍ່ໄດ້ຝາກ. ແຕ່ເອື້ອຍມີລັກຖານທິຜົວເອື້ອຍໂອນເງີນໄປໃຫ້ເຂົາມ້ຽນ ເອື້ອຍໃຫຍ່ທາງເອື້ອຍກະວ່າມັນບໍ່ເປັນແລ້ວແບບນີ້ຕ້ອງເອີ້ນມາເວົ້າກັນກ່ອນເພາະວ່າໄປຫາເງີນຫລາຍເດືອນບໍ່ຝາກມາໃຫ້ເມຍເລິຍ ພ້ອມທັງມີຜູ້ສາວ.
ແຕ່ທາງພີ່ນ້ອງເຂົາກະພ້ອມເອົາວ່າຕິດຕໍ່ບໍ່ໄດ້ ຕົວະນັ້ນຕົວະນີ້ຢູ່ ຕົວະວ່າເຟສກະບໍ່ຮູ້ແຕ່ເຂົ້າກວດເບິ່ງເຂົາກະເປັນເພື່ອນກັນຢູ່.
ເອື້ອຍໄດ້ອົດທົນຈົນເກີດລູກໄດ້ 6_7 ເດືອນ ຈຶ່ງນັດກັນມາເວົ້າກັນ ແລ້ວເຂົາຕົກລົງມາ ແຕ່ພາກັນລັກມາບໍ່ບອກໃຫ້ຮູ້ ພໍມາຮອດລະທາງພີ່ນ້ອງທາງເອື້ອຍບໍ່ມີໃຜຢູ່ ແລະ ອີກຢ່າງຫນຶ່ງເຂົາກະມາກາຍນັດເພາະນັດ 8 ໂມງເຊົ້າ ແຕ່ເຂົາມາກາຍນັດຈົນ 1 ໂມງ ຈຶ່ງຮອດ. ລະທາງເອື້ອຍບໍ່ມີຜູ້ໃຫຍ່ເວົ້ານຳ ບອກວ່າຂໍຖ້າຜູ້ໃຫຍ່ມາຄົບກ່ອນແຕ່ເຂົາກະຖຽງວ່າບໍ່ຖ້າເວົ້າລະພາກັນຍ່າງຂື້ນລົດເມືອເອີ້ນນຳກະບໍ່ທັນຈົນມາຮອດ ປະຈຸບັນນີ້ກະບ່່ມີວີ່ແວວຫຍັງເລີຍ.
ເຖິງຢ່າງໃດກໍຕາມ ສິ່ງທີ່ເວົ້າມາແມ່ນຄວາມຈິງ ໄທບ້ານບໍ່ຮູ້ເລື່ອງນຳກໍຫາວ່າເຮົາໄລ່ຜົວໜີ ແຕ່ສິ່ງທີ່ຜົວ ເຮັດນຳນີ້ແມ່ນບໍ່ເປັນທຳ ມາແຕ່ງງານກັນແລ້ວມີລູກມີເຕົ້າ ບາດໄປຫາເງິນລະມີໃໝ່ແລ້ວຖີ້ມລູກຖີ້ມເມຍ ບໍ່ຮັບຜິດຊອບ ລູກຕົນເອງກຳລັງໃຫຍ່ບໍ່ເຄີຍສົ່ງເງິນມາດູແລ ພະຍາຍາມຕິດຕໍ່ຫາທາງພີ່ນ້ອງເຂົາກໍບໍ່ມີວີ່ແວວວ່າຈະດີຂຶ້ນ ແຖມຍັງກັກເອົາເງິນຜົວບໍ່ໃຫ້ສົ່ງມາໃຫ້ລູກເມຍ.
ສິ່ງທີ່ເລົ່າມາບໍ່ແມ່ນຈະຢາກໃຫ້ກັບມາ ບໍ່ໄດ້ຢາກໃຫ້ດັງຫຍັງດອກ ແຕ່ຢາກລະບາຍສູ່ສັງຄົມ ສູ່ຄອບຄົວເຂົາ ສູ່ບັກຜົວ ແລະ ໄທບ້ານໄດ້ຮັບຮູ້ ຕອນນີ້ທາງລູກແລະ ເອື້ອຍເອງທຳໃຈໄດ້ແລ້ວ ຢູ່ນຳຄອບຄົວມີຄວາມສຸກດີ ມີຍາດພີ່ນ້ອງດູແລ ແລະ ຢາກຂໍຝາກອຸທາຫອນ ເຖິງຄອບຄົວໃດທີ່ຫ່າງກັນໄປທຳມາຫາກິນກໍຢ່າໄດ້ເປັນຄືຄູ່ຂອງຂ້ອຍເລີຍ ຕອນນີ້ເອື້ອຍໄດ້ເປັນແມ່ລ້ຽງດ່ຽວຢ່າງມີຄວາມສຸກແລ້ວ ກັບຄອບຄົວ.
ຂໍໃຫ້ເວນກຳຈົບລົງຊໍ່ານີ້ສາ ຜົວໜ້າໝາແບບນີ້ ບໍ່ມີກູກໍບໍ່ຕາຍດອກຊໍ່າລູກກູລ້ຽງເອງໄດ້ ຂໍໃຫ້ພວກສູໂຊກດີ. ທຸກພາບໄດ້ອະນຸຍາດຈາກເອື້ອຍເຈົ້າຂອງພາບ ເອື້ອຍຂໍຝາກໃຫ້ແຊ ເພາະບໍ່ຮູ້ກົດໝາຍ ແຕ່ໃຊ້ກົດໄລ້ກົດແຊເອົາ ໃຫ້ກົດແຫ່ງກຳແທນກົດໝາຍສາ.