ຂໍຄວາມຊ່ວຍເຫຼືອ ນາງນິລັນດອນ ເສັ້ນເລືອດໃນໂຜ້ງດັງແຕກ ພໍ່ແມ່ກໍ່ເສຍໝົດແລ້ວ

ຂໍຄວາມຊ່ວຍເຫຼືອ ນາງນິລັນດອນ ເສັ້ນເລືອດໃນໂຜ້ງດັງແຕກ ພໍ່ແມ່ກໍ່ເສຍໝົດແລ້ວ

ຂໍຄວາມຊ່ວຍເຫຼືອນຳອ້າຍ ເອື້ອຍ ນ້ອງ ລຸງ ປ້າ ນ້າ ອາ ໝູ່ເພື່ອນໝົດທຸກຄົນໃຫ້ຊ່ວຍເຫຼືອໝູ່ຂ້າພະເຈົ້າແດ່ເດີ້ ເບີຕິດຕໍ່ 020 29808944 (ເອື້ອຍພອນ)
ຄົນເຈັບຊື່ ນາງ ນິລັນດອນ ເລົ່າຈ່າເຊັ່ງ ອາຍຸ 22 ປີ ຕອນນີ້ກຳລັງສຶກສາຢູ່ມະຫາວິທະຍາໄລ ປີທີ 4

ພໍ່ແມ່ປະສົບອຸບັດຕິເຫດ ເສຍຊີວິດຕອນປີກາຍ ມາຮຽນຄົນດຽວຢູ່ມະຫາໄລຕອນນີ້ຂາດເຂີນທຸນນະຊັບ, ແລະເລືອດກຣຸບ O

ພະຍາດຜູ້ກ່ຽວແມ່ນ ເສັ້ນເລືອດໃນໂຜ້ງດັງແຕກ, ເລືອດໄຫຼຕະຫຼອດເວລາເນື່ອງຈາກວ່າ ນ້ຳເຫຼືອງໃນຮ່າງກາຍຕ່ຳກ່ວາຄົນປົກກະຕິຫຼາຍ ຈຶ່ງຕ້ອງໄດ້ຊື້ນ້ຳເຫຼືອງ ແລະ ເລືອດເພີ່ມ ອີກຫຼາຍຖົງ ເພາະຄົນປົກກະຕິແມ່ນ 150 ແຕ່ ຄົນເຈັບແມ່ນມີພຽງ 3 ເທົ່ານັ້ນ

ທາງດຽວທີ່ຈະອອກໂຮງໝໍໄດ້ ແມ່ນຕ້ອງເພີ່ມ ນ້ຳເຫຼືອງໃຫ້ຮອດ 80

ດັ່ງນັ້ນ ຂ້າພະເຈົ້າໃນນາມໝູ່ທີ່ຮັກແພງ ແລະ ຮຽນຢູ່ຫ້ອງດຽວກັນ ຈຶ່ງຂໍຄວາມກະລຸນາ ແລະ ຄວາມຊ່ວຍເຫຼືອຈາກທຸກໆທ່ານດ້ວຍ
ສຳລັບຜູ້ທີ່ ບໍລິຈາກແລ້ວ ແມ່ນລົບກວນແຄັບໜ້າຈໍເພື່ອເປັນການຢືນຢັນໃຫ້ແດ່ເດີ້

ສາລະໜ້າຮູ້