ຊ່ວຍແຊຣ໌..!!!ຄົນລາວ ຕິດຢູ່ມາເລເຊຍ ຢາກກັບລາວ ແຕ່ກັບບໍ່ໄດ້ (ຂໍຄວາມຊ່ວຍເຫຼືອ)

ຊ່ວຍແຊຣ໌..!!!ຄົນລາວ ຕິດຢູ່ມາເລເຊຍ ຢາກກັບລາວ ແຕ່ກັບບໍ່ໄດ້ (ຂໍຄວາມຊ່ວຍເຫຼືອ)

ສະບາຍດີຊາວເນັດ ທຸກໆທ່ານພວກເຮົາມີຄວາມເດືອດຮ້ອນທີຈະໃຫ້ຊ່ວຍແຊຮ໌ ເພື່ອຈະເປັນທາງອອກແລະຖ້າມີທ່ານໃດມີຊ່ອງທາງດີໆແນະນຳກະຂໍລົບກວນສົ່ງຂໍ້ມູນມາ(ໃນຄອມເມັ້ນ)ເຮົາຍິນດີຮັບຟັງທຸກໆຄວາມຄິດເຫັນເດີ.
ເລື້ອງມີຢູ່ວ່າ: ພວກເຮົາເປັນຄົນລາວມາເຮັດວຽກເປັນຊາວປະມົງໃນມາເລເຊຍ(ມີປະມານ700ຄົນ)ແຕ່ຕົ້ນປີ2020ແລະຊ່ວງນີ້ເປັນລະດູມໍລະສຸມແລະໄດ້ຢຸດເຮັດວຽກເພາະວ່າໝົດສັນຍາຈ້າງຈາກບໍລິສັດຈຶ່ງຕ້ອງການກັບປະເທດລາວ ແລະປົກກະຕິພວກເຮົາຈະເດີນທາງໄປ-ກັບ ລົດແຕ່ປັດຈຸບັນຕິດປັນຫາ“ລ໊ອກດາວ“

ໃນຕົ້ນເດືອນ11/20(ພວກເຮົາໃດ້ຕິດຕໍ່ເຊົ່າເໜົາລຳເຄື່ອງບິນ)ຈາກບໍລິສັດທົວມາເລເຊຍຊື່ມິດເຕີເກັນ“ຄິດຄ່າໃຊ້ຈ່າຍແລ້ວຕົກເປັນເງິນຄົນລະ1,700ລິງກິດ (ເປັນຄ່າ:ກວດໂຄວິດ+ຈ່ອບພັດສະປອດ+ເດີນທາງດ້ວຍລົດບັດໄປສະນາມບິນkl+ນັ່ງເຄຶ່ອງໄປສະນາມບິນວັດໄຕ)

ໃນເບື້ອງຕົ້ນເຮົາເວົ້າກັນກັບ“ມິດເຕີເກັນ“ວ່າຈະໃດ້ເຊົ່າເໜົາເຄື່ອງທັງເບີດສາມທ້ຽວບິນ ແລະໄດ້ລວມລາຍຊື່ຜູ້ທີຈະເດີນທາງພ້ອມທັງຄ່າໃຊ້ຈ່າຍສົ່ງໃຫ້ມິດເຕີເກັນ“ເມືອ“ມິດເຕີເກັນ“ນຳເອກະສານທັງເບີດໄປທຳເລື່ອງທີ່ສະຖານທູດລາວ(ປະຈຳkl)ເພື່ອຂໍອະນຸຍາດ(ຕາມກະບວນການ)

ກັບຖືກເຈົ້າໜ້າທີສະຖານທູດລາວປະຕິເສດ ແລະບອກວ່າຄົນຈຳນວນນີທູດລາວຊິສົ່ງກັບເອງແລ້ວບອກໃຫ້ມິດເຕີເກັນນຳເອກກະສານຈຳນວນຄົນທີຈະເດີນທາງກັບມາໃຫ້ຄົບພ້ອມທັງຍື່ນຂໍສະເໜີໃຫ້ມິດເຕີເກັນທຳໜ້າທີ່ນຳຄົນຈຳນວນດັ່ງກ່າວມາສົ່ງຂື້ນເຄື່ອງແລ້ວຈະແບ່ງຄ່າໃຊ້ຈ່າຍແກ່ມິດເຕີເກັນ15% ແຕ່ຄ່າຕົວເຄື່ອງທູດລາວກຳນົດໃຫມ່ໄປທີລາຄາ2.100ລິງກິດ(ແພງກົ່ວເກົ່າ)ສ່ວນມື້ເດີນທາງທູດລາວບອກເຮົາຜ່ານມິດເຕີເກັນວ່າ.ເປັນວັນທີ3-5/12/20ເປັນທຽວແລກທຽວສອງບິນ11/12/20ພໍວັນເລືອນໃກ້ເຂົ້າມາທູດລາວກັບແຈ້ງເລືອນວັນເວລາບໍ່ເຄີຍຢຸດນິ່ງແລະເລື່ອນໄປຕະຫລອດສຸດທ້າຍໃນ

ວັນທີ່3/12/20ທູດລາວສົ່ງເອກກະສານທີ່ອອກໂດຍລັດຖະບານລາວ(ເນື້ອຄວາມວ່າ:ລັດລາວງົດທ້ຽວບິນທີຈະບິນເຂົ້າລາວ)ຜ່ານມິດເຕີເກັນມາໃຫ້ພວກເຮົາອ່ານຄວາມຈິ່ງເອກກະສານນີ້ອອກໂດຍລັດລາວແຕ່ວັນທີ26/11/20ແລະພວກເຮົາໃດ້ເຫັນແຕ່ວັນທີ່ອອກແລ້ວ…ແຕ່ພວກເຮົາຍັງເຊື່ອໃຈ ເຊື່ອຄຳຂອງທູດລາວວ່າຊິດຳເນີນການໃຫ້ພວກເຮົາໃດ້ບິນແນ່ໆຈື່ງຕັ່ງໃຈລໍມາ ແຕ່ມື້ນີ້ພວກເຮົາເບີດຫວັງແລ້ວບໍ່ເຊື່ອໃຈໃນຄຳໝັ້ນທີທູດລາວ..ໃດ້ຮັບປາກແລ້ວດຳເນີນການນີ້ແລ້ວ…ຄົນລາວໃນມາເລເຊຍ500ກົ່ວຄົນທີ່ຕົກຄ້າງແລະລໍມື້ບິນ ຈື່ງວານຜ່ານ ໂຊຊຽວໄປເຖີງຜູ້ມີອຳນາດແລະຜູ້ຮູ້ໃດ້ຊ່ອຍຊີ້ແຈງ. ແລະແນະນຳແດ່ …ພວກເຮົາຕັ້ງຂໍ້ສັງເກດວ່າ..
1ທູດລາວມີສ່ວນໃດ້ເສຍໃນການດຳເນີນການເລື່ອງນີ້ບໍ່ (ຄ່າຕົວແພງກ່ວາ)ຂອງມິດເຕີເກັນ.ເມືອຮັບເລື່ອງແລ້ວທູດລາວເປິດເວບໃຊ້ໃຫ້ຄົນຈອງຕົວເຂົ້າລາວວັນທີ11-17/12/20ຜ່ານທູດໃດ້.

2 ເລື່ອງເອກກະສານທີທູດລາວມາເຖືງພວກເຮົານີ້ສົ່ງມາເປັນຂໍ້ອ້າງເພື່ອຄວາມຊອບທຳໃຫ້ໂຕທູດເອງແມ່ນບໍ່..ວັນທີ່ເອກກະສານນີ້ອອກທ່ານທູດຍັງໃຫ້ຄຳໝັ້ນ(ຜ່ານມິດເຕີເກັນ)ກັບພວກເຮົາຢູ່ວ່າຈະຈັດໃຫ້ໃດ້ບິນຕົ້ນເດືອນ11ແນ່ໆ

ຂ່າວທົ່ວໄປ