ລົດໂດຍສານພິກຂວຳ້ລົງທາງດ່ວນຢູ່ ບຣາຊິວ ເສຍຊີວິດ-ບາດເຈັບ 30 ກວ່າຄົນ ອ້າງຕາມຂ່າວ ບຣາຊິວ, ເມື່ອບໍ່ດົນມານີ້, ເກີດອຸບັດເຫດລົດໂດຍສານ ປະກອບດ້ວຍ ຜູ້
ໂດຍສານ ຫລາຍກວ່າ 40 ຄົນ ໄດ້ພິກຂວໍ້າລົງ ເສັ້ນທາງດ່ວນ ໂອເວີຣພາສ ດ້ວຍລະດັບ ຄວາມສູງ ເໜືອພື້ນດິນ 15 ກວ່າແມັດ, ໃກ້ເມືອງເຈົາ ມອນເລວາເດ ລັດມິ
ນັສເຊໄຣ ຂອງປະເທດ ບຣາຊິວ ເຮັດໃຫ້ມີ ຜູ້ເສຍຊີວິດ 14 ຄົນ ແລະ ບາດເຈັບ 26 ຄົນ. ຂະນະນີ້ ໜ່ວຍກູ້ໄພ ເລັ່ງຊ່ວຍເຫລືອ ຜູ້ປະສົບເຄາະດັ່ງກ່າວ. ສ່ວນສາເຫດ ຕົ້ົນຕໍພວມຢູ່ ລະຫວ່າງ ການສືບສວນ ສອບສວນຂອງ ເຈົ້າໜ້າທີ່.