ໃນວັນທີ 25/11/2020 ແມ່ຍາສັງວານ ຍາດຕິວົງ ພ້ອມດ້ວຍຄອບຄົວລູກຫຼານ ແລະ ຍາດຕິພີ່ນ້ອງ ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງ ສະຫວັນນະເຂດ ໄດ້ມີຈິດໄຈເຫຼື້ອມໃສສັດທາ ຖວາຍທີ່ດິນຂອງຕົນຈຳນວນ 2 ເຮັກຕາກວ່າ ໃຫ້ພະສົງເພື່ອກໍ່ສ້າງວັດວາອາຣາມຕໍ່ໄປ
ແລະມອບໃຫ້ພຣະສົງເປັນເຈົ້າຂອງຄຸ້ມຄອງນຳໃຊ້ ພ້ອມນີ້ຄອບຄົວ ຍາສັງວານ ຍັງໄດ້ຖວາຍກອງອັດທະ
ແລະ ສັງຄະທານ ໃຫ້ແກ່ພຣະສົງ 11 ອົງໃນວັດດັ່ງກ່າວອີກດ້ວຍ.ເຂົ້າຮ່ວມພິທີມອບທີ່ດິນໃນຄັ້ງນີ້: ຝ່າຍສົງມີຍາທ່ານ ສົມຄິດ ເຄນແກ້ວປັນຍາ ປະທານ ອພສ ເມືອງອາດສະພັງທອງ,ມີອຳນາດການປົກຄອງບ້ານພັງໂຮ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ ຕະຫຼອດຮອດລູກຫຼານ, ພີ່ນ້ອງຍາດຕິວົງ, ເພື່ອນມິດສະຫາຍເຂົ້າຮ່ວມໂມທະນາບຸນນຳອີກດ້ວຍ.