ສະບາຍດີແມ່ລູກອ່ອນ ແມ່ໆທຸກຄົນ ມື້ນິ້ເປັນມື້ທີ່ແມ່ນີ້ເມື່ອຍອ່ອນເພຍທີ່ສຸດ ແຕ່ແມ່ນີ້ບໍ່ກ້າຮອດຊິຫລັບຕານອນລົງເລີຍ ເຝົ້າເບີ່ງລູກ ຢາກມາເລົ່າເລື້ອງມື້ນີ້ໃຫ້ຟັງເພື່ອເປັນບົດຮຽນກັບແມ່ທຸກຄົນ ແມ່ນີ້ມີລູກນ້ອຍຜູ້ຊາຍ2ຄົນ ຜູ້ອ້າຍ2ປີປາຍຜູ້ນ້ອງໄດ້ປີປາຍ ອ້າຍຊື່ ສະເຕີ ນ້ອງຊື່ ສະເກມ ຫ່າງກັນປີດຽວ ເວລາເປັນໄຂ້ ຈະເປັນພ້ອມກັນເບີດ2 ເລີຍ ຜູ້ອ້າຍກະເລີມເປັນກ່ອນ ເອົາຢາໃຫ້ກີນລະກະຄ່ອຍເຊົາໄປ ມາຕໍ່ຜູ້ນ້ອງເປັນ ເລີ້ມເປັນ ແມ່ກະເລີຍຂາດວຽກ ຂາດຫລາຍກະບໍ່ໄດ້ ເພີ່ນກະເວົ້າໃຫ້ແດ່(ອັນນິ້ກະບໍ່ຕິເພີ່ນດອກກະແມ່ນແທ້) ຍອມຮັບເພາະລູກນ້ອຍ 2 ຄົນ ເວລາເຈັບເປັນ ມັນກະຊິຍາກແດ່(ແມ່ໆຫລາຍຄົນຄົງຊິເປັນຄືກັນຄົງຊິເຂົ້າໃຈ) ຜູ້ນ້ອງເປັນໄຂ້ແຕ່ຄືນວານນີ້ເອົາຢາໃຫ້ກີນແລ້ວໄຂ້ກະລົງແຕ່ແປກໃຈ ລາວບໍ່ກີນນົມ
ປົກກະຕິເປັນຄົນກີນເກັ່ງບໍ່ກີນເລີຍ ແອ່ວເບີດຄືນຈົນຕື່ນເຊົ້າມາ ໄຂ້ກະບໍ່ເປັນແຮງປານໃດ ແມ່ເລີຍໄປວຽກ ປົກກະຕິບໍ່ຢາກຂາດຫລາຍ ເລີຍໃຫ້ຢູ່ນຳພໍ່ ຈົນຮອດຕອນສວຍໂທຖາມລູກ ພໍ່ວ່າບໍ່ຍອມກີນນົມຄືເກົ່າ ແຕ່ບໍ່ໄຂ້ແຮງກະເລີຍບໍ່ຄິດຫຍັງຫລາຍ ຈົນຮອດ4ໂມງ ພໍ່ໂທຫາແມ່ວ່າ ມາໄວ້ເດີ້ພາລູກໄປໂຮງຫມໍ ລູກບໍ່ກີນນົມ ມີແຕ່ແອ່ວ ແມ່ກະເລີຍຟ້າວມາເຮືອນ ບໍ່ເວົ້າຫລາຍເລື້ອງ ເລີຍພາລູກໄປຄີຮນິກສົມຊາຍ ຄິດວ່າຊິໄປໂຮງຫມໍ150ຕຽງ ມັນກະໄກແດ່ຕອນແລງລົດຕິດຫລາຍແຖວນັ້ນຍ້ານມັນດົນຫລາຍກະເລີຍໄປໂຕໃກ້ ໄປຮອດຄິຮນິກ ຫມໍກະກວດເບີ່ງ ກະວ່າບໍ່ໄຂ້ແຮງ ມີແຕ່ລາວເຈັບຄໍແຮງ ຄໍແດງເປັນຕຸ່ມຫນອງ ຢູ່ໃນຫລາຍ ຫມໍກະຈັດຢາໃຫ້ກີນປະມານ6ກ່ອງ ເບີ່ງຄົນກະດີໆຢູ່ຄືຊິບໍ່ເປັນຫັຍງແລ້ວ 4ຄົນ ພໍ່ແມ່ລູກ ກະພາກັນເມື່ອ ພໍ່ກະເປັນຄົນຂັບລົດ ອ້າຍກະຂີ່ທາງຫນ້າ ແມ່ກະອູ້ມນ້ອງທາງຫລັງ ບ້ານຢູ່ຄຳສະຫວາດ ພໍຂີ່ລົດມາໃກ້ຊິຮອດບ້ານຮອດທາງຕັດໃຫ່ມບືງທາດຫລວງ
ລຽວເບີ່ງລູກ ຊ໋ອກ ຕີນໂກບ ມືຈັງ ຕາຄ້າງຂື້ນ ຂ້ອຍກະເລີຍ ຮ້ອງຂື້ນ ຂ້ອຍຂາດສະຕິ ເຮັດຫັຍງບໍ່ຖືກ ຮ້ອງໃຫ້ປານຄົນບ້າ ພໍ່ກະຈອດລົດ ພໍ່ກະອູ້ມເອົາ ບີບຄັ້ນເອົາລູກ ປ່ຽນຂ້ອຍໄປຂັບລົດ ໃຄແຕ່ພໍ່ຮູ້ວິທີຢູ່ ເອີ້ນລູກສັ່ນເອົາລູກ ແລ້ວເອົານິ້ວມືຍັດເຂົ້າໄປໃນປາກລູກ ຍ້ານລູກກັດລີ້ນໂຕເອງ ຄວາມວ່າລູກບໍ່ມີສະຕິ ກັດມືພໍ່ຈົນເລືອດອອກບັກຫລາຍໆ ທັງບີບທັງຄັ້ນເອົາ ສ່ວນຂ້ອຍຮ້ອງເລີ ຂັບລົດບີບແກ ຮ້ອງຂໍທາງ ໃຫ້ຄົນຫລີກໄປສຸດທາງ ເປົ້າຫມາຍແມ່ນໂຮງຫມໍເມືອງຫນ້າຕະຫລາດຫົວຂົວ ໃກ້ສຸດ ຮອດທາງຕະຫລາດ ທາງເຂົາຂື້ນ ຂ້ອຍຂີ່ລົງເລີຍ ປານຄົນບ້າເລີຍຂ້ອຍນະ ໄປຮອດ ຫມໍຢູ່ສຸກເສີນກະຫຸ້ມກັນໃສ່ ຄັ້ນເອົາ ບີບເອົາ ໃສ່ອົກຊີເພີ່ນໄລ່ຂ້ອຍອອກໄປຢູ່ນອກ
ຂ້ອຍໄຫ້ຢ່າງດຽວ ຍ້ານເອົາລູກບໍ່ທັນ ຫນ້ອຍນື່ງກະໄດ້ຍີນສຽງໄຫ້ຂອງລູກຂ້ອຍກະດີໃຈ ທັ່ງໄຫ້ ທັງໂຕສັ່ນ ອູ້ມອ້າຍ ຍືນເບີ່ງລູກຢູ່ຫນ້າປະຕູ ລູກຂ້ອຍລອດແລ້ວຮອດມືຫມໍແລ້ວຄິດໃນໃຈ ເພີ່ນກະບອກເອົາໄປໂຮງຫມໍໃຫ່ຍເລີຍ ຂ້ອຍໂຊກດີທີ່ເອົາລູກມາທັນ ຂ້ອຍຊິຈື່ໄວ້ບາດນິ້ ລູກໄຂ້ ຂ້ອຍຊິບໍ່ຖືເບົາອີກເດັດຂາດ ຂ້ອຍຂໍຝາກເຕືອນເລື້ອງຊິວິດຈີງນີ້ ກັບແມ່ໆທຸກຄົນເດີ້ ຢ່າຖືເບົາເດັດຂາດໃຫ້ມີສະຕິ ເວລາລູກເປັນໄຂ້ ມັນເຈີກັບຂ້ອຍແລ້ວມື້ນີ້
ຂ່າວ ທົ່ວໄປ ຢ່າຖືເບົາເວລາລູກເປັນໄຂ້