ຜົວໂມໂຫ ໃຈຮ້ອນ ຮ້າຍໃສ່ເມຍເລື່ອງແຕ່ງອາຫານໃຫ້ລູກ ເຖິງຂັ້ນຈົບຊີວິດເມຍ

ຜົວໂມໂຫ ໃຈຮ້ອນ ຮ້າຍໃສ່ເມຍເລື່ອງແຕ່ງອາຫານໃຫ້ລູກ ເຖິງຂັ້ນຈົບຊີວິດເມຍ

ຄວາມຮັກທີ່ພໍ່ແມ່ມີຕໍ່ລູກນັ້ນເໜືອທີ່ຈະພັນລະນາ ບາງຄົນກໍ່ມອບຄວາມຮັກຢ່າງມີຫຼັກການ, ບາງກໍ່ຮັກແທ້ຮັກວ່າຈົນລືມຄິດເຖິງອັນຈະລາຍທີ່ຈະຕາມມາເປັນຕົ້ນພໍ່ແມ່ຍາດແຍ່ງກັນລູກ ເອົາໃຈລູກ ຕ່າງຄົນຕ່າງສອນລູກໄປຕາມຄວາມຄິດຂອງໂຕເອງ ຫຼື ແມ່ນແຕ່ການປ້ອນອາຫານການກິນກໍ່ຍັງໄດ້ຜິດພ້ອງຕ້ອງຖຽງກັນ.

ເລື່ອງທີ່ເກີດຂຶ້ນນີ້ຢູ່ປະເທດເພື່ອນບ້ານເອົາມາເປັນບົດຮຽນໃຫ້ພວກເຮົາຢ່າເຮັດຕາມດຽວຈະເສຍໃຈໄປຕະບາບອດຊີວິດ ມີສອງຜົວເມຍຄູ່ໜຶ່ງຖຽງກັນເລື່ອງແຕ່ງກິນໃຫ້ລູກຈົນເຖິງຂັ້ນລົງໄມ້ລົງມືປິດຊີບອີກຝ່າຍຢ່າງບໍ່ຢັ້ງຄິດ.

ຜົວເມຍຄູ່ນີ້ຢູ່ຈັງຫວັດປະທຸມທານີ ທັງສອງມີລູກໄວ 16 ປີ ຕອນເຊົ້າຕ້ອງແຕ່ງກິນໃຫ້ລູກ ເຮັດໃຫ້ສອງຜົວເມຍລົມບໍເຂົ້າເລື່ອງຜົວຈິ່ງຄວ້າມິດມາແທງເມຍບາດດຽວດັບຄາທີ່ ຫຼັງຈາກນັ້ນເອົາມີດໄປເຊື່ອງໄວ້ບ່ອນໃໝ່ແລ້ວເອົາມີດຕັດມາວາງແທນ.
ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 18 ພະຈິກຜ່ານມາ ທີ່ເກີດເຫດເປັນຫ້ອງເຊົ່າ ເຈົ້າໜ້າທີ່ເຂົ້າກວດສອບພົບຜູ້ເສຍຊີວິດເປັນຍິງອາຍຸ 47 ປີ ຖືກແທງໜ້າທ້ອງບາດດຽວ ແຕ່ມີເລືອດໄຫຼອອກຈຳນວນຫຼາຍ ຂ້າງໆພົບມີດຕັດດວງໜຶ່ງຖີ້ມໄວ້.

ຫຼັງເກີດເຫດຜູ້ເປັນຜົວອາຍຸ 50 ປີບໍໄດ້ລົບໜີແຕ່ຢ່າງໃດ ແຕ່ຫາກຍັງຢືນຢູ່ຂ້າງໆ ມອບຕົວກັບຕຳຫຼວດ ແລະສາລະພາບວ່າ ຕົນເປັນຄົນລົງມືແທງເມຍເອງເພາະຖຽງກັນເລື່ອງແຕ່ງອາຫານໃຫ້ລູກກິນ.
ຈາກການສອບຖາມເຈົ້າຂອງຫ້ອງເຊົ່າເລົ່າວ່າ ສອງຜົວເມຍມັກຖຽງກັນເປັນປະຈຳ ມື້ເກີດເຫດຈິ່ງບໍມີໃຜສົນໃຈ ຈົນເກີດເຫດສະຫຼົດດັ່ງກ່າວຈັ່ງແລ່ນໄປເບິ່ງປະກົດວ່າຜູ້ເປັນເມຍໄດ້ນອນຈົມກອງເລືອດແລ້ວ.
ຂະນະທີ່ລູກສາວ ເລົ່າວ່າ ພໍ່ແມ່ພາກັນແຕ່ງອາຫານໃຫ້ຕົນກິນ ແຕ່ເວົ້າກັນບໍ່ລອງລອຍສອງຄົນຈິ່ງຖຽງກັນແຮງຂຶ້ນໆ ພໍ່ໃຈຂຶ້ນຈິ່ງຈັບມີດທີ່ຖືໃນມືແທງແມ່ໃນທີ່ສຸດ

ຂ່າວທົ່ວໄປ