ຂໍຄວາມກະລຸນາ 1 ແຊສ໌ຂອງພວກທ່ານ ຄືທານນໍ້າໃຈທີ່ຊ່ວຍເຫຼືອຄອບຄົວຂ້າພະເຈົ້າ ສົມມະນາຄຸນ 5,000,000 ກີບ (ຫ້າລ້ານກີບ) ສຳລັບຜູ້ໃຫ້ຂໍ້ມູນທີ່ສາມາດນຳຫາບຸກຄົນໃນວິດີໂອ ແລະ ຮູບຂ້າງລຸ່ມນີ້ໄດ້
ຂໍຄວາມຊ່ວຍເຫຼືອບັນດາໝູ່ເພື່ອນໃນເຟສບຸກ ຊ່ວຍແຊຣ໌ໂພດສ໌ນີ້ໃຫ້ແດ່, ບຸກຄົນໃນ ຮູບນີ້ລຸ່ມນີ້ ແມ່ນບຸກຄົນທີ່ຂີ່ລົດຕຳນ້ອງຊາຍຂ້າພະເຈົ້າເຮັດໃຫ້ລົດຈັກເສຍຫຼັກເຂົ້າຂອບກາງທາງຈົນເຮັດໃຫ້ເສຍຊີວິດ
ໃນເວລາ 00:52 ໂມງ ຂອງວັນທີ 17 ຕຸລາ 2020 ທີ່ໜ້າສາງຫຼັກ 9 ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫຼັງຈາກກຸ່ມຄົນດັ່ງກ່າວໄດ້ກໍ່ເຫດແລ້ວ ນອກຈາກບໍ່ຮັບຜິດຊອບຕໍ່ການກະທຳຂອງຕົນເອງ
ພັດຍັງຊວນກັນລົບໜີຈາກການກະທຳດັ່ງກ່າວ ໄປຮ່ວມຮັກກັນທີ່ບ້ານພັກແຫ່ງໜຶ່ງ ໃນເວລາ 01:10 ນາທີ ຂອງວັນທີ່ດຽວກັນ ແລະ ໄດ້ອອກຈາກບ້ານພັກ ໃນເວລາ 03:20 ໂມງ ຂອງວັນດຽວກັນ,
ຖ້າໃຜພົບເຫັນພວກກ່ຽວ ຫຼື ມີຂໍ້ມູນ ຂໍຄວາມຊ່ວຍເຫຼືອແຈ້ງມາຍັງ 020 91951993 ເຈົ້າໜ້າທີ່ຮັບຜິດຊອບຄະດີ ພະແນກຈະລາຈອນ ນະຄອນຫຼວງວຽງຈັນ ຖ້າບຸກຄົນໃດໃຫ້ຂໍ້ໍ້ມູນທີ່ສາມາດນຳຫາໂຕພວກກ່ຽວໄດ້ ຂ້າພະເຈົ້າຈະສົມມະນາຄຸນ 5,000,000 ກີບ