ຂ້ອນແຈ້ງຄືນນີ້ເກີດຝົນຕົກຢ່າງແຮງຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ເຂດຕ່ຳເກີດນ້ຳຖ້ວມ, ນ້ຳຂັງຫຼາຍພໍສົມຄວນ ໃນນັ້ນພະສົງຢູ່ວັດພະຂາວ ເມືອງໄຊທານີກໍ່ຈົນບໍ່ມີບ່ອນນອນຍ້ອນ, ຍາດໂຍມຮູ້ຂ່າວແລ້ວໄປເອົານ້ຳອອກຊ່ວຍເພິ່ນແນ່!!!
ຕາມຂ່າວບອກວ່າ ໃນເວລາໃກ້ຊິແຈ້ງ ຍິນແຕ່ສຽງເມັດຝົນຕົກໃສ່ຫຼັງຄາກຸດຕິ ບາດແຮງບາດຄ່ອຍ ເຫັນສຽງຟ້າແມບເຫຼື້ອມສອດສ່ອງເຂົ້າທາງປ່ອງຢ້ຽມທີ່ເປີດໄວ້ ປະສານກັບສຽງພະສົງ-ສາມະເນນ ທີ່ພວມຟັ່ງຟ້າວຍ້າຍເຄື່ອງຂອງທີ່ຫ້ອງນອນໄປໄວ້ທີ່ສູງ ພໍປານກັບມົດຍ້າຍຮັງ…ແຕ່ບໍ່ພໍເທົ່າໃດນາທີນໍ້າກໍລົ້ນເຕັມແລ້ວ.
ສະພາບນ້ຳກໍ່ເປັນດັ່ງທີ່ເຫັນບໍ່ໜ້ອຍເລີຍ ຖ້າຈະໃຫ້ນ້ຳລົງເອງຕ້ອງໃຊ້ເວລາຫຼາຍຊົ່ວໂມງ ຖ້າຝົນບໍ່ຮຳມາໃໝ່.
ບັນທຶກພາບທີ່ວັນພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ 23/7/2020