ຜູ້ໃຊ້ເຟສບຸກຊື່Lamphoun Soukchaleun ໄດ້ໂພສວ່າ: #ຕັ້ງເເຕ່ເປັນເອັຟຊີເຈົ້າມື້ນັ້ນ_ຄອມເມັ້ນເຈົ້າຈົນເຈົ້າມີໃຈ
—ໃນທີ່ສຸດມື້ນີ້ອ້າຍກະໄດ້ເຈົ້າເປັນເມຍ!!!—
#ຕອນຄົບກັນເເລກໆ
#ຮູບຄູ່ຮູບເເລກ
ຈາກທີ່ບໍ່ເຄີຍເຫັນບໍ່ຮູ້ຈັກກັນ ກະໄດ້ມາເປັນຄູ່ກັນຫາກມັນສິເເມ່ນ
ຄົບເປັນເເຟນ5.5.2020
ຫມັ້ນທີ16.9.2020
ຈະເເຕ່ງທີ14.11.2020
#ເດດເເລກທີ່ຮ້ານເຂົ້າປຸ້ນເເຈ່ວຂິງ
#ໄປຫລິ້ນ
#ໄປນຳກັນທຸກທີ່
ຮັກແທ້ບໍ່ໄດ້ເເປວ່າຕ້ອງຄົບກັນຫລາຍປີ ຖ້າເຂົ້າໃຈກັນ ຮັກກັນອິຫລີ ຮັບທຸກຢ່າງຂອງກັນເເລະກັນໄດ້ດີ ເທົ່ານີ້ກະເອີ້ນວ່າຮັກຫມັ້ນນິລັນດອນເເລ້ວ
#ມື້ເເລກຮັກຫລາຍມື້ນີ້ຍິ່ງຮັກຫລາຍຂຶ້ນ Mirindar Seekhamphanh
#ໄປທ່ຽວຊຽງຂວາງ
#ຮັກຫລາຍຍຍ
#ຮັກທີ່ສຸດ
#ກະຄີງຈົມຢູ່ເດເນາະ
#ເເລະໃນທີ່ສຸດກະ
#ເຮົາສອງໄດ້ຫມັ້ນກັນ
#ໄປເດດນຳກັນ
#ໄປທ່ຽວຫລວງພະບາງນຳກັນ
#ເເລະສຸດທ້າຍເຮົາກະໃກ້ຈະເເຕ່ງງານກັນເເລ້ວ ຄວາມຝັນຂອງທັງສອງຄົນເປັນຈິງ
#ມີມີ່ອາຍຸພຽງ19 ເເຕ່ນິໃສບໍ່ແມ່ນ19ແລ້ວ ຮູ້ຈັກຫາເງິນຊ່ວຍກັນ ເກັບຊ່ວຍກັນ ຜ່ານຮ້ອນຜ່ານຫນາວມານຳກັນ
#ລຳພູນ24ປີ ອາດຈະບໍ່ໄດ້ມີພຽບພ້ອມ ເເຕ່ເຮົາກໍ່ສ້າງສາໄປນຳກັນ ຜ່ານຜ່າອຸປະສັກບັນຫາທຸກຢ່າງນຳກັນມາ ກິນຫມີ່ນຳກັນ ກິນເເຈ່ວນຳກັນ ກະຄົນດຽວນີ້ຮັກທີ່ສຸດ
ຂອບໃຈທຸກຄົນທີ່ອ່ານເເຕ່ຕົ້ນຈົນຈົບ ໄປຮ່ວມຍິນດີນຳພວກເຮົາສອງຄົນດ້ວຍ ທີ່ຊຽງຂວາງ 14.11.2020