ໃນວັນທີ 2 ກັນຍາ 2020 ມີເລື່ອງເຕືອນເປັນອຸທາຫອນອີກໜຶ່ງເລື່ອງທີ່ບໍ່ຄາດຄິດ ແມ່ຕ້ອງມາຈາກລູກນ້ອຍໄວພຽງ 4 ມື້ ຍັງບໍ່ທັນເຫັນໜ້າແມ່ຊ້ຳ ແມ່ກໍ່ໄປປະແລ້ວ ເພາະເຮັດໝັນ
ສື່ໄທລາຍງານໃຫ້ຮູ້ວ່າ: ແມ່ເກີດລູກໃໝ່ໆໄດ້ພຽງ 4 ມື້ ແລ້ວໃຫ້ທ່ານໝໍ ເຮັດໝັນໃຫ້ ຫຼັງເຮັດໄດ້ ບໍ່ຮອດມື້ແລ້ວອອກໂຮງໝໍກັບບ້ານ ໃນຂະນະທີ່ຮ່າງກາຍຍັງບໍ່ທັນແຂງແຮງ ເຮັດໃຫ້ຕົກເລືອດຫລາຍ ແລ້ວເກີດອາການຊັອກ ແລະ ເສຍຊີວິດ
ເກີດລູກໄດ້ 4 ມື້ ແລ້ວໃຫ້ໝໍເຮັດໝັນໃຫ້ ຕົກເລືອດຫຼາຍ ແລ້ວຊັອກເສຍຊີວິດ ສ່ວນລູກທີ່ເກີດອອກມາແມ່ນເປັນເພດຊາຍ ໜ້າຕາເປັນຕາຮັກແພງ ແຕ່ກັບໂຊກຮ້າຍສູນເສຍແມ່ໄປ ແຕ່ນ້ອຍໆ ນົມແມ່ຍັງບໍ່ໄດ້ກິນເລີຍ ໜ້າແມ່ຍັງບໍ່ທັນເຫັນ ສຳລັບເຫດການນີ້ແມ່ນເກີດຂຶ້ນຢູ່ປະເທດໄທເດີ້
ແນວໃດກໍ່ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດເດີ້