ໃນຖານະທີ່ເປັນຄອບຄົວຕົວແບບປູກໝາກແຕງຫວານ (ແຄນຕາລຸກ) ທ. ວິໄລພອນ ອິນທະວົງ, ອາຍຸ 19 ປີ ຢູ່ບ້ານໄຮ່ຢ່ອນ ເມືອງທຸລະຄົມ ໄດ້ຮັບອະນຸຍາດໃຫ້ຂຶ້ນປະກອບຄຳເຫັນ ແລະ ນຳສະເໜີບົດຮຽນການປູກໝາກແຕງຫວານນີ້ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະນະພັກແຂວງວຽງຈັນ ຄັ້ງທີ VI ໃນວັນທີ 18 ພະຈິກ 2020.
ທ. ວິໄລພອນ ອິນທະວົງ ໃຫ້ຮູ້ວ່າ: ຄອບຄົວຂອງຕົນມີທັງໝົດ 5ຄົນ, ມີອາຊີບເຮັດນາປູກເຂົ້າໃນເນື້ອທີ່ 13 ໄລ່, ຜົນຜະລິດໃນຄອບຄົວພໍແຕ່ກຸ້ມກິນ. ນອກຈາກເຮັດນາແລ້ວ ຜູ້ເປັນພໍ່ຍັງໄດ້ຮັບເໝົາກໍ່ສ້າງ, ຕົນເອງເປັນແຮງງານຕົ້ນຕໍທີ່ໄດ້ຊ່ວຍຄອບຄົວເຮັດນາ.ແຕ່ວ່າສະພາບການດຳ ລົງຊີວິດຂອງຄອບຄົວຍັງພົບຄວາມຫຍຸ້ງຍາກ, ລາຍຮັບຍັງຕໍ່າ, ຈຶ່ງໄດ້ມີຄວາມພະຍາຍາມຊອກຫາວິຊາຊີບ ເພື່ອສ້າງລາຍຮັບເພີ່ມໃນຄອບຄົວ
ໃນປີ 2017 ເວລາທີ່ຍັງເປັນນັກຮຽນຢູ່ຊັ້ນ ມ6 ຕົນ ເອງໄດ້ມີແນວຄິດລິເລີ່ມຢາກຮຽນຮູ້ກ່ຽວກັບການໝາກແຕງຫວານ ເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ໂດຍໄດ້ຊອກຮູ້ຮ່ຳຮຽນດ້ວຍຕົນເອງໂດຍຜ່ານທາງອິນເຕີເນັດ, ຊອກເອົາບົດຮຽນ ແລະ ປະສົບການພ້ອມທັງລົງມືເຮັດຕົວຈິງ. ການລົງທືນໃນເບື້ອງຕົ້ນ ແມ່ນນຳໃຊ້ທືນປະມານ 2 ລ້ານກີບເຊີ່ງເປັນທຶນທີ່ໄດ້ມາຈາກການເກັບອອມເງິນດ້ວຍຕົນເອງ (ໃສ່ຫວຍ )ເພື່ອນຳມາເຮັດເຮືອນຮົ່ມໄດ້ 1 ຫຼັງ, ເປັນໂຄງໄມ້ແບບປະຖົມປະຖານລົງມືທົດລອງປູກແຕ່ການທົດລອງປູກໃນຄັ້ງທີ 1 ຫາ ຄັ້ງທີ 4 ແມ່ນບໍ່ປະສົບຜົນສຳ ເລັດ ຈິ່ງໄດ້ຢຸດການປູກໄປໄລຍະໜຶ່ງ ຍ້ອນທຶນຮອນບໍ່ພຽງພໍ.
ມາຮອດປີ 2018 ພາຍຫຼັງຮຽນຈົບ ມ 7 ຄອບຄົວມີຄວາມຂາດເຂີນ ພໍ່ແມ່ບໍ່ມີທຶນສົ່ງເສີມໃຫ້ຮຽນຕໍ່, ຕົນເອງ ຈຶ່ງມີແນວຄິດປະກອບອາຊີບທາງກະສິກຳ ແລະ ຫາລາຍໄດ້ເພື່ອຫຼຸດຜ່ອນການໃຊ້ຈ່າຍຂອງພໍ່ແມ່. ຈິ່ງໄດ້ເລີ່ມຊອກຮຽນຮູ້ດ້ວຍຕົນເອງແບບເອົາຈິງເອົາຈັງ, ບວກໃສ່ການຊອກຮຽນຮູ້ນຳຜູ້ມີສົບປະການໃນການປູກໝາກແຕງຫວານ ໂດຍໄປເບິ່ງຕົວຈິງຢູ່ນະຄອນຫຼວງວຽງຈັນ 1 ຄັ້ງ, ໄປຈັງຫວັດອຸດອນ, ປະເທດໄທ 1 ຄັ້ງ ດ້ວຍທຶນຂອງຕົນ ເອງ ແລ້ວນໍາເອົາບົດຮຽນທີ່ໄດ້ມາເຮັດຕົວຈິງ ເຮັດໃຫ້ການທົດລອງປູກຄ່ອຍໆ ໄດ້ຮັບຜົນດີຂຶ້ນ. ແລະ ປະສົບຜົນສຳ ເລັດເປັນຄັ້ງທຳອິດໃນທ້າຍປີ 2018, ເນື່ອງຈາກຜົນຜະ ລິດໃນຄັ້ງທຳອິດໄດ້ໝາກແຕງປະມານ 700 ກິໂລ ຂາຍໄດ້ເງິນປະມານ 9ລ້ານກີບ (ຂາຍທົ່ວໄປ).
ເນື່ອງຈາກຄອບຄົວຂອງຕົນເຫັນວ່າການປູກໝາກແຕງຫວານສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ດີສົມ ຄວນ ແລະ ເປັນທີ່ຕ້ອງ ການຂອງຕະຫລາດ. ມາຮອດຕົ້ນປີ2019 ຕົນເອງພ້ອມດ້ວຍພໍ່ແມ່ຈິ່ງຕັດສີນໃຈລົງທຶນເຮັດເຮືອນຮົ່ມທີ່ເປັນໂຄງເຫຼັກຖາວອນຕື່ມອີກ 8 ຫຼັງ, ມູນຄ່າທັງໝົດ 50 ລ້ານກີບ, ນຳໃຊ້ເນື້ອທີ່ພຽງແຕ່ 1.5 ໄລ່ (2.400 ຕາແມັດ) ເພື່ອສ້າງໂຮງເຮືອນປູກໝາກແຕງຫວານ.
ທ. ວິໄລພອນ ອິນທະວົງ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບກ່ຽວກັບຂັ້ນຕອນການປູກໝາກແຕງຫວານ ລວມມີ 4 ຂັ້ນຕອນ ຄື:
ຂັ້ນຕອນທີ 1: ແມ່ນການເລືອກແນວພັນໃຫ້ຖືກກັບສະພາບຂອງດິນ, ການກຽມດິນແລ້ວມາກ້າແກ່ນປະໄວ້ປະມານ 9-10 ວັນ ເພື່ອໃຫ້ຕົ້ນກ້າແຂງ ແຮງດີ. ຂັ້ນ
ຕອນທີ 2: ຍ້າຍເບັ້ຍໝາກແຕງລົງປູກແບບອະນຸບານເພື່ອໃຫ້ຮາກຕິດແລ້ວຈິ່ງຍ້າຍລົງປູກໃສ່ຖົງຢາງພະລາສະຕິກ,ປະໄວ້ປະມານ 25-30 ວັນ, ການຈັດແຖວປູກແມ່ນມີໄລຍະຫ່າງ 80-100 ຊັງຕີແມັດ, ໄລຍະຫ່າງລະຫວ່າງຂູມປູກແມ່ນ 30-35 ຊັງຕີແມັດ.
ຂັ້ນຕອນທີ 3: ພາຍຫຼັງຍ້າຍເບ້ຍໝາກແຕງລົງປູກໃສ່ໜານມີອາຍຸ 25-30 ວັນແລ້ວ ຈິ່ງມາປະສົມເກສອນເພື່ອໃຫ້ໄດ້ໝາກ ພາຍຫຼັງປະສົມເກສອນສຳເລັດ ປະໄວ້ປະມານ 40-45 ວັນ ຈິ່ງສາ ມາດເກັບຜົນຜະລິດໄດ້.
ຂັ້ນຕອນທີ4: ກ່ອນເກັບກ່ຽວຜົນຜະລິດແມ່ນໄດ້ຫຼຸດຜ່ອນການຫົດນ້ຳໃຫ້ໜ້ອຍລົງ ເພື່ອເຮັດໃຫ້ຄວາມຫວານຂອງໝາກແຕງໄດ້ຢູ່ໃນເກນທີ່ເໝະສົມ,
ນອກນັ້ນ, ຍັງໄດ້ວັດແທກທາດນ້ຳຕານຂອງໝາກແຕງແລະວັດ ແທກການເຕີບໂຕຂອງໜ່ວຍໝາກແຕງຖ້າຢູ່ໃນເກນເໝາະສົມແມ່ນປະມາມ 1-2 ກິໂລ ຈິ່ງໄດ້ລາຄາດີຖ້າເກີນ 3 ກິໂລຂຶ້ນໄປລາຄາແມ່ນບໍ່ໄດ້ດີ, ໝາກແຕງຫວານ ມີອາຍຸຄົບ 75 ວັນ ຈື່ງສາມາດເກັບກ່ຽວຜົນຜະລິດໄດ້.
ສໍາລັບດ້ານການຕະຫຼາດ ແມ່ນສາມາດສົ່ງອອກຂາຍໄດ້ເດືອນລະ 2 ຄັ້ງ, ຊຶ່ງແຕ່ ລະຄັ້ງແມ່ນສົ່ງຂາຍອອກ 800-1.000 ກິໂລ, ຂາຍລາຄາສະເລ່ຍກິໂລລະ17.000 ກີບ, ສາມາດສ້າງລາຍຮັບຄອບຄົວໄດ້ 17.000.000 ກີບຕໍ່ເດືອນ, ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 3.400.000 ຕໍ່ຄົນຕໍ່ເດືອນ, ສະເລ່ຍລາຍຮັບໝົດປີໄດ້ທັງໝົດ 204.000.000ກີບ/ປີ.
ຢ່າງໃດກໍ່ຕາມ ການປູກໝາກແຕງຫວານຂອງຄອບຄົວ ວິໄລພອນ ອິນທະວົງ ຍັງມີຂໍ້ຫຍຸ້ງ ຍາກຈຳນວນໜຶ່ງທີ່ຄວນຕ້ອງເອົາໃຈໃສ່ ຄື: ໝາກແຕງຫວານ ເປັນພືດທີ່ມີພູມຕ້ານທານຕໍ່າ, ອ່ອນແອ ແລະ ສາມາດຕິດເຊື້ອງ່າຍ, ຕ້ອງໄດ້ເອົາໃຈ ໃສ່ບົວລະບັດຮັກສາຢ່າງລະອຽດອ່ອນ ແລະ ພິຖີພິຖັນ, ການປູກໝາກແຕງຫວານ ແມ່ນໄດ້ນຳໃຊ້ທຶນຂ້ອນຂ້າງສູງສົມຄວນ ເພື່ອສ້າງໂຮງເຮືອນປູກ ແລະ ນຳໃຊ້ເຕັກນິກວິຊາການ, ປະສົບການຕົວຈິງເຂົ້າຊ່ວຍຈຶ່ງໄດ້ຮັບຜົນສຳ ເລັດ.
ສ່ວນໃນຕໍ່ໜ້າຄອບຄົວ ວິໄລພອນ ອິນທະວົງຈະສືບຕໍ່ປູກໝາກແຕງຫວານ ເພື່ອເປັນອາຊີບ, ສ້າງລາຍຮັບເຂົ້າ ຄອບຄົວໃຫ້ຫຼາຍຂຶ້ນ ແລະ ພອ້ມທີ່ຈະຖ່າຍທອດຄວາມຮູ້, ປະສົບການໃຫ້ ເພື່ອນຊາວສວນ ຜູ້ທີ່ສົນໃຈ ເພື່ອສືບຕໍ່ຂະຫຍາຍການປູກໝາກແຕງຫວານໃຫ້ໄດ້ຫຼາຍຂຶ້ນ.