ປວງຊົນລາວເຮົາຂໍຊົມເຊີຍ ແລະ ສົ່ງກຳລັງໃຈໃຫ້ແກ່ທີມກອງທັບປົດປ່ອຍປະຊາຊົນລາວທີ່ກຳລັງແຂ່ງຂັນ ກິລາ ລົດຕັງ ໃນງານ “Army Games International 2020” ທີ່ປະເທດຣັດເຊຍ.
ຜ່ານການແຂ່ງຂັນຮອບທຳອິດຂອງທີມຊາດລາວ ໃນຕອນບ່າຍຂອງວັນທີ 24 ສິງຫາ 2020 ລາວເຮົາໄດ້ອັນດັບທີ່ 3 ( ປະເທດ ອັບຄາເຊຍ ໄດ້ອັນດັບ ທີ່ 1, ທາຈີກີສະຖານໄດ້ອັນດັບທີ່ 2, ກົງໂກ ໄດ້ອັນດັບທີ່ 4 ) ເຊີ່ງທິມລາວເຮົາແຂ່ງຂັນລາຍການ ລົດຖັງ ແລະ ເຕັກນິກທາງດ້ານອາວຸດ-ຍຸດໂທປະກອນ. ແລະ ທິມງນລາວເຮົາຈັດຢູ່ໃນກຸ່ມທີ່2 ເຊີ່ງໃນກຸ່ມທີ່ 2 ນັ້ນ ປະກອບມີທັງຫມົດ 8 ປະເທດ ຄື: ສສ ຫວຽດນາມ, ສປປ ລາວ, ມຽນມາ, ທາຈີກີສະຖານ, ອັບຄາເຊຍ, ອາຊີເຕຍໃຕ້, ກົງໂກ, ກາຕ່າ ເຊີ່ງປະເທດທີ່ເຂົ້າແຂ່ງຂັນໃນງານ “Army Games International 2020” ນີ້ ມີທັງໝົດ 28 ປະເທດ. ໃນນັ້ນສປປລາວເຮົາໄດ້ຈັດເຂົ້າແຂ່ງຂັນໃນມື້ວັນທີ່ 24, 28, 30 ສິງຫາ 2020.
ສະນັ້ນ, ປວງຊົນລາວເຮົາທຸກຄົນມີຄວາມດີໃຈ ແລະ ຊົມເຊີຍຄວາມເກັ່ງກ້າຂອງທີມກອງທັບປົດປ່ອຍປະຊາຊົນລາວ ແລະ ສົງກຳລັງໃຈໃຫ້ ທີມກອງທັບປົດປ່ອຍປະຊາຊົນລາວໃຫ້ຊະນະນຳອັບດັບ1ຢ່າງສົມກຽດໃນການແຂ່ງຂັນໃນຄັ້ງນີ້ມາໃຫ້ປວງຊົນລາວເຮົາ.